ຍີ່ປຸ່ນ ຄັດຄ້ານການກະທໍາພຽງລໍາພັງຝ່າຍດຽວຂອງ ຈີນ ຢູ່ ທະເລຕາເວັນອອກ

(VOVWORLD) - ວັນທີ 3 ພະຈິກ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ເດີນທາງໄປຍັງ ບາງກອກ ປະເທດໄທ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ  + 3 ເຊິ່ງລວມມີ (ຍີ່ປຸ່ນ, ສ.ເກົາຫຼີ ແລະ ຈີນ).
ຍີ່ປຸ່ນ ຄັດຄ້ານການກະທໍາພຽງລໍາພັງຝ່າຍດຽວຂອງ ຈີນ ຢູ່ ທະເລຕາເວັນອອກ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe  (ພາບ: Nikkei)

        ກ່ອນອອກເດີນທາງ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ມີການຕອບສໍາພາດຕໍ່ນັກຂ່າວ Nikkei ກ່ຽວກັບບັນຫາທະເລຕາເວັນອອກ. ນະທີ່ນີ້, ທ່ານໄດ້ເນັ້ນໜັກເຖິງຄວາມສໍາຄັນກ່ຽວກັບເລື່ອງບັນດາຝ່າຍແກ້ໄຂການຂັດແຍ້ງດັ່ງກ່າວ ໂດຍສັນຕິວິທີ ບົນພື້ນຖານຂອງກົດໝາຍສາກົນ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຄັດຄ້ານການກະທໍາພຽງລໍາພັງຝ່າຍດຽວຂອງຈີນໃນການຜັນປ່ຽນສະພາບການຕົວຈິງຢູ່ທະເລຕາເວັນອອກ ພ້ອມທັງເນັ້ນໜັກເຖິງແຜນນະໂຍບາຍຂອງ ຍີ່ປຸ່ນ ແມ່ນເຄົາລົບສິດເສລີໃນການເດີນເຮືອ ໂດຍອີງໃສ່ກົດໝາຍສາກົນວ່າດ້ວຍທະເລ.

        ຢູ່ນອກກອງປະຊຸມ ອາຊຽນ + 3, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເຈລະຈາກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ, ປຶກສາຫາລືກ່ຽວກັບມາດຕະການຊຸກຍູ້ການພັດທະນາການພົວພັນລະຫວ່າງສອງຝ່າຍ, ວຽກງານກະກຽມໃຫ້ແກ່ການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານ ປະທານປະເທດ ສີຈີ້ນຜິງ ເຊິ່ງຄາດວ່າຈະດໍາເນີນໃນ ລະດູບານໃໝ່ ປີ 2020.

ບຸ່ຍຫຸ່ງ - ນັກຂ່າວ VOV ປະຈໍາ ຍີ່ປຸ່ນ


ຕອບກັບ

ຂ່າວ/ບົດ​ອື່ນ