ຍີ່ປຸ່ນ ຊຸກຍູ້ການຮ່ວມມືພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ

(VOVWORLD) - ວັນທີ 28 ກັນຍາ, ບັນດາແຫຼ່ງຂ່າວຈາກລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີປະເທດນີ້ Suga Yoshihide ມີແຜນການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໃນອາທິດໜ້າຢູ່ນະຄອນຫລວງ ໂຕກຽວ,
ຍີ່ປຸ່ນ ຊຸກຍູ້ການຮ່ວມມືພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ - ảnh 1ນີ້ຈະແມ່ນການພົບປະຂັ້ນສູງທຳອິດລະຫວ່າງ ອາເມລິກາ ແລະ ຍີ່ປຸ່ນ, ພາຍຫລັງທ່ານ  Suga Yoshihide ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ຍີ່ປຸ່ນ. (ພາບ: AP)

   ໃນນັ້ນ ການນຳ ຍີ່ປຸ່ນ ຈະສະແດງຄວາມປາດຖະໜາຢາກສົມທົບກັບ ອາເມລິກາ ຢ່າງແໜ້ນແຟ້ນ ໃນການສ້າງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແຫ່ງເສລີພາບ ແລະ ເປີດກ້ວາງ. ການພົບປະຈະດຳເນີນຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດເຈລະຈາຄວາມໝັ້ນຄົງ 4 ຝ່າຍ (Quad-ລວມມີ ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ອົດສະຕາລີ) ເຊິ່ງອາດຈະຈັດຕັ້ງຂຶ້ນໃນລະຫວ່າງວັນທີ 6 – 7 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ