ຍີ່​ປຸ່ນ ຊ່ວຍ​ເຫຼືອວັ​ກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ​ຕື່ມ​ອີກໃຫ້​ 4 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ ຈະຊ່ວຍເຫຼືອວັກນຊິນກັນພະຍາດໂຄວິດ - 19 ໃຫ້ແກ່ 4 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ລວມມີ ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ໄທ ຕື່ມອີກ ໃນອາທິດນີ້, ແຕ່ລະປະເທດປະມານ 1 ລ້ານໂດສ.
ຍີ່​ປຸ່ນ ຊ່ວຍ​ເຫຼືອວັ​ກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ​ຕື່ມ​ອີກໃຫ້​ 4 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1(ພາບປະກອບ: TTXVN)

  ວັນທີ 29 ມິຖຸນາ, ລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ ຈະຊ່ວຍເຫຼືອວັກນຊິນກັນພະຍາດໂຄວິດ - 19 ໃຫ້ແກ່ 4 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ລວມມີ ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ໄທ ຕື່ມອີກ ໃນອາທິດນີ້, ແຕ່ລະປະເທດປະມານ 1 ລ້ານໂດສ. ຄາດວ່າ ຍີ່ປຸ່ນ ຈະສົ່ງວັກຊິນ Astra Zeneca ໄປຍັງ ມາເລເຊຍ ແລະ ອິນໂດເນເຊຍ ໃນວັນທີ 1 ກໍລະກົດ ແລະ ຮອດວັນທີ 8 ກໍລະກົດ ຈະສົ່ງໄປຍັງ ຟີລິບປິນ ແລະ ວັນທີ 9 ກໍລະກົດ ຈະສົ່ງໄປຍັງປະເທດ ໄທ. ເປັນອັນວ່າ, ມາຮອດປັດຈຸບັນ, ຍີ່ປຸ່ນ ໄດ້ຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ 6 ປະເທດ ແລະ ເຂດແຄວ້ນແລ້ວ.

        ນອກຈາກນັ້ນ, ໃນກາງເດືອນກໍລະນີ, ຍີ່ປຸ່ນ ຈະສະໜອງວັກຊິນ Astra Zeneca ປະມານ 11 ລ້ານໂດສ ໃຫ້ແກ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້ ແລະ ບັນດາປະເທດເກາະ ປາຊີຟິກ ຜ່ານໂຄງການແບ່ງປັນວັກຊິນທົ່ວໂລກ COVAX.


ຕອບກັບ

ຂ່າວ/ບົດ​ອື່ນ