ຍີ່​ປຸ່ນ ຕີ​ລາ​ຄາ​ສູງ ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໃນ​ຖາ​ນະ​ເປັນ​ປະ​ທານ ອາ​ຊຽນ 2020

(VOVWORLD) -    ໝາກຜົນອັນສຳຄັນທີ່ສຸດຂອງ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງນັ້ນແມ່ນ ບົດບາດບໍລິຫານ “ທີ່ໜ້າຊື່ນຊົມ” ຂອງ ຫວຽດນາມ.
ຍີ່​ປຸ່ນ ຕີ​ລາ​ຄາ​ສູງ ບົດ​ບາດ​ນຳ​ພາ​ຂອງ  ຫວຽດ​ນາມ ໃນ​ຖາ​ນະ​ເປັນ​ປະ​ທານ ອາ​ຊຽນ 2020 - ảnh 1ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ອາຊຽນ Chiba Akira (ພາບ: TTXVN)

     ວັນທີ 14 ກັນຍາ, ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ອາຊຽນ Chiba Akira ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ  Motegi Toshimitsu ໄດ້ຕີລາຄາສູງບົດບາດນຳພາທີ່ດີເດັ່ນຂອງ ຫວຽດນາມ ໃນຖານະເປັນປະທານ ອາຊຽນ ປີ 2020. ຕາມທ່ານແລ້ວ, ເລື່ອງຢັ້ງຢືນໄດ້ບົດບາດເປັນໃຈກາງ ແມ່ນ “ປັດໄຈສຳຄັນທີ່ສຸດ” ສຳລັບ ອາຊຽນ ແລະ ຫວຽດນາມ ເຊິ່ງໄດ້ເສີມຂະຫຍາຍບົດບາດເປັນໃຈກາງຢ່າງແທ້ຈິງ ຂອງ ອາຊຽນ ໃນບັນດາກອງປະຊຸມດັ່ງກ່າວ. ທ່ານເອກອັກຄະລັດຖະທູດ Chiba Akira ຖືວ່າ “ສານສຳຄັນທີ່ສຸດ” ເຊິ່ງ ຍີ່ປຸ່ນ ໄດ້ສົ່ງສານເຖິງບັນດາກອງປະຊຸມໃນຂອບເຂດກອງປະຊຸມ AMM 53 ຜ່ານມາ ແມ່ນ ໂຕກຽວ ສະໜັບສະໜູນ ວິໄສທັດ ອາຊຽນ ກ່ຽວກັບ ອິນເດຍ - ປາຊີຟິກ ແລະ ຖືສິດອຳນາດ, ສິດເສລີໃນການເດີນເຮືອ ແລະ ການບິນ ເປັນສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ