ຍີ່ປຸນ ຖືການພັດທະນາສາຍພົວພັນ ກັບຫວຽດນາມ ເປັນສຳຄັນ

ຍີ່ປຸນ ຖືການພັດທະນາສາຍພົວພັນ ກັບຫວຽດນາມ ເປັນສຳຄັນ - ảnh 1
ທ່ານ ​ໂຕ​ຮຸຍ​ເ​​ຣຶ໋ອ ກຳມະການ​ກົມ​ການ​ເມືອງ
ຕ້ອນຮັບ​ ທ່ານອະ​ດີດນາຍົກລັດຖະມົນຕີ​
ຍີ່ປຸ່ນ Yukio Hatoyama
( ພາບ: cpv.org.vn )

( vovworld ) - ຕອນ​ບ່າຍ​ວັນ​ທີ 20/3, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ ​ໂຕ​ຮຸຍ​ເ​​ຣຶ໋ອ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ປະທານ​ກຸ່ມ​ສສຊ ມິດຕະພາບຫວຽດນາມ - ຍີ່​ປຸນ ​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນສສຊ ຍີ່ປຸ່ນ ​ໂດຍ​ທ່ານ Yukio Hatoyama, ອະ​ດີດນາຍົກລັດຖະມົນຕີ​ຍີ່ປຸ່ນ, ປະທານ​ພັນທະ​ມິດ​ສສຊມິດຕະພາບຍີ່ປຸ່ນ - ຫວຽດນາມ ນຳ​ໜ້າ, ທີ່​ພວມ​ຢູ່​ຢ້ຽມຢາມ​ ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້​ອນຮັບ, ທ່ານ ໂຕ​ຮຸຍ​​​ເຣຶ໋ອ ​ໄດ້​ຢືນຢັນ​ວ່າ, ຍາ​ມ​ໃດພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ກໍຖື​ເປັນ​ສຳຄັນ ​ແລະ ພັດທະນາ​ສາຍພົວພັນ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ​ ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​​​ພາກ​ພື້ນ ​ແລະ ​ໃນ​ໂລກ; ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ຍີ່​ປຸນ ສືບ​ຕໍ່ສະໜັບ​ສະ​ໜູນ​​ເພີ່ມ​ທຶນ ODA ​ໃຫ້​ແກ່​ຫວຽດນາມ ​ແລະ ໜູນ​ຊ່ວຍ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ພັດທະນາ​ພື້ນຖານ​ໂຄງ​ລ່າງ.

        ສ່ວນທ່ານ Yukio Hatoyama ​ໄດ້​ຢືນຢັນ​ວ່າ, ຍີ່ປຸ່ນ ​ຖື​​ເປັນ​ສຳຄັນການ​ພັດທະນາ​ການ​ພົວພັນ “ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພື່ອ​ສັນຕິພາບ ​ແລະ ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ພາກ​ພື້ນ​ອາຊີ ” ກັບ​ຫວຽດນາມ ​ທີ່​ນັບ​ມື້​ນັບເລິກ​​ເຊິ່ງ ແລະ  ໝັ້ນຄົງ, ພິ​ເສດ​​ແມ່ນໃນ​ການ​ຜັນ​ຂະຫຍາຍບັນດາ​ໂຄງການ​ຮ່ວມ​ມື​ຂະໜາດ​ໃຫຍ່ ​ແລະ ​ເນັ້ນ​ໜັກ​ວ່າ ​ພ້ອມ​​​ແລ້ວ​ທີ່​ຈະ​ໃຫ້ການ​ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ການບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ການ​ເງິນ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ໃນ​ຂົງ​ເຂດ​ນິວ​ເຄຼີຍປະ​ລະມານູ.

ຂ່າວ/ບົດ​ອື່ນ