ຍີ່ປຸ່ນ ຖອນກຳລັງທະຫານຮັກສາ ສັນຕິພາບອອກຈາກເຂດພູພຽງ Golan

ຍີ່ປຸ່ນ ຖອນກຳລັງທະຫານຮັກສາ ສັນຕິພາບອອກຈາກເຂດພູພຽງ Golan - ảnh 1
(ພາບ: asahi.com)

(vovworld) -     ກຸ່ມ​ທະຫານ​ທຳ​ອິດ​ສັງກັດ​ກຳລັງ​ປ້ອງ​ກັນ​ຍີ່ປຸ່ນ (SDF) ທີ່​ມີໜ້າ​ທີ່​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ຢູ່​ເຂດ​ພູ​ພຽງ Golan ​ໂດຍ ອິດສະຣາ​ແອນ ຢືດຄອງ, ວັນ​ທີ 29/12, ​ເລີ່​ມຕົ້ນ​ຖອນ​ທະຫານ​ກັບ​ເມືອ​ປະ​ເທດ​ ເພາະ​ມີ​ຄວາມ​ວິຕົກ​ກັງ​ວັນ​ຕໍ່​ສະພາບ​ຂາດ​ສະຖຽນ​ນະພາ​ບຢູ່​ຊີຣີ. ມີ​ພະລາກອນ 33/47 ຄົນຂອງ SDF ປະຕິບັດ​ໜ້າ​ທີ່​ຂົງສົ່ງ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ອື່ນໆ ​ຂຶ້ນ​ກັບ​ກຳລັງ​ນັກ​ສັງ​ເກດ​ການ​ຂອງ​ສະຫະ​ປະຊາ​ຊາດ ​ໄດ້​ເດີນທາງ​ໄປ​ຮອດສະໜາມ​ບິນ​ສາກົນ Ben Gurion ຢູ່​ອິດສະຣາ​ແອນ ​ແລະ ກັບ​ເມືອ​ຍີ່ປຸ່ນ ​ໃນ​ວັນ​ທີ 31/12. ຈຳນວນ​ທະຫານທີ່​ຍັງ​ເຫຼືອ ຄາດ​ວ່າ​ຈະ​ກັບ​ເມືອ​ປະ​ເທດ​ໃນ​ກາງ​​ເດືອນ 1/2013, ສິດ​ສຸດ​ໜ້າ​ທີ່​​ເຂົ້າ​ຮ່ວມ​ການ​ຮັກສາ​ສັນຕິພາບຂອງ​ຍີ່ປຸ່ນ ​ນັບ​ແຕ່​ປີ 1996.

ຂ່າວ/ບົດ​ອື່ນ