ຍີ່ປຸ່ນ ແລະ ລັດເຊຍ ເຫັນດີເລີ່ມຈັດການເຈລະຈາກ່ຽວກັບສົນທິສັນຍາສັນຕິພາບຄືນໃໝ່

(VOVWORLD) -ວັນທີ 28 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Motegi Toshimitsu ແລະ ຄູ່ຕຳແໜ່ງລັດເຊຍ ທ່ານ Sergei Lavrov ໄດ້ເຫັນດີເລີ່ມຈັດບັນດາການເຈລະຈາຂັ້ນນັກວິຊາການກ່ຽວກັບສົນທິສັນຍາສັນຕິພາບລະຫວ່າງ 2 ປະເທດຄືນໃໝ່.

ຍີ່ປຸ່ນ ແລະ ລັດເຊຍ ເຫັນດີເລີ່ມຈັດການເຈລະຈາກ່ຽວກັບສົນທິສັນຍາສັນຕິພາບຄືນໃໝ່ - ảnh 1 ລັດຖະມົນຕີການຕ່າງປະເທດຂອງ 2 ທ່ານ

(ພາບປະກອບ: AFP/TTXVN)

ທີ່ການໂອ້ລົມສົນທະນາທາງໂທລະສັບ, ລັດຖະມົນຕີການຕ່າງປະເທດຂອງ 2 ທ່ານ ໄດ້ຢືນຢັນເຖິງຄວາມຈຳເປັນຕ້ອງດຳເນີນການເຈລະຈາເພື່ອ “ຊຸກຍູ້ບັນດາການປຶກສາຫາລື ແລະ ການຮ່ວມມືລະຫວ່າງຍີ່ປຸ່ນ ແລະ ລັດເຊຍ” ທີ່ກ່ຽວຂ້ອງເຖິງບັນດາໝູ່ເກາະໂດຍລັດເຊຍ ຄວບຄຸມຢູ່ທາງທິດເໜືອຍີ່ປຸ່ນ ເຊິ່ງໂຕກຽວ ເອີ້ນວ່າ ເຂດນ້ຳແດນດິນທາງທິດເໜືອ, ໃນຂະນະນັ້ນ ມົດສະກູ ເອີ້ນວ່າໝູ່ເກາະທາງທິດໃຕ້ Kurils.

ຕອບກັບ

ຂ່າວ/ບົດ​ອື່ນ