ຍີ່ປຸ່ນແລະການາດາຢືນຢັນວ່າ CPTPP “ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງ”

(VOVWORLD) -ວັນທີ 28 ເມສາ, ທ່ານນາຍົກລັດຖະມົນຕີການາດາ Justin Trudeau ແລະ ຄູ່ຕຳແໜ່ງຍີ່ປຸ່ນ Shinzo Abe, ພວມຢ້ຽມຢາມ Ottawa, ໄດ້ພ້ອມກັນຊົມເຊີຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ເຊິ່ງເລີ່ມມີຜົນສັກສິດນັບແຕ່ຕົ້ນປີ 2019.
ຍີ່ປຸ່ນແລະການາດາຢືນຢັນວ່າ CPTPP “ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງ” - ảnh 1 (ພາບປະກອບ: Culture Japan)

ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມ, ການນຳ 2 ທ່ານໄດ້ຢືນຢັນວ່າ, CPTPP ໄດ້ “ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງ” ໃຫ້ແກ່ພົນລະເມືອງ ແລະ ວິສາຫະກິດບັນດາປະເທດສະມາຊິກ. ທ່ານນາຍົກລັດຖະມົນຕີ Trudeau ຢືນຢັນວ່າ “ສືບຕໍ່ມຸ່ງໄປເຖິງດ້ານການຄ້າເສລີ ແລະ ເປີດເຜີຍກວ່າ ໂດຍອີງໃສ່ບັນດາຫຼັກການເຊິ່ງພວກເຮົາທຸກຄົນສາມາດເຫັນດີນຳກັນ ແມ່ນສິ່ງພວມເຮົາຕ້ອງການໃຫ້ມີຫຼາຍກວ່າໃນໂລກ” ປະຈຸບັນ. ພາຍຫຼັງມີຜົນສັກສິດຢ່າງເປັນທາງການ, CPTPP ໄດ້ລົບລ້າງຮົ້ວກີດຂວາງດ້ານການຄ້າໃຫ້ຜູ້ຊົມໃຊ້ຢູ່ພາກພື້ນອາຊີ - ປາຊີຟິກ ເກືອບ 500 ລ້ານຄົນ. ການາດາ ແມ່ນປະເທດຕໍ່ໄປໃນການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ, ພາຍຫຼັງໄປເຖິງອາເມລິກາ ແລະ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ