ຍ້ອງຍ​ໍ​ຊົມ​ເຊີຍ “ນາຍຄູ​ໜຸ່​ມ​ດີ​ເດ​ັ່ນ” ​ທົ່ວ​ປະ​ເທດ 75 ຄົນ

(VOVWORLD) -ຕອນຄ່ຳວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນໄດ້ຈັດຕັ້ງພິທີ ຍ້ອງຍໍຊົມເຊີຍ “ນາຍຄູດີເດັ່ນ” ຂັ້ນສູນກາງຄັ້ງທີ I, ປີ 2019.
ຍ້ອງຍ​ໍ​ຊົມ​ເຊີຍ “ນາຍຄູ​ໜຸ່​ມ​ດີ​ເດ​ັ່ນ” ​ທົ່ວ​ປະ​ເທດ 75 ຄົນ - ảnh 1ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົວຂວາຍປະຊາຊົນສູນກາງ ແລະ ທ່ານ ເລກວກຟອງ ເລຂານຸການເອກສູນກາງຊາວໜຸ່ມມອບໃບຍ້ອງຍໍຂອງສູນກາງຊາວໜຸ່ມກອມມູນິດ ຫວຽດນາມໃຫ້ແກ່ບັນດານາຍຄູໜຸ່ມດີເດັ່ນ. (ພາບ: TTXVN) 

ນີ້ແມ່ນລາງວັນໂດຍຄະນະເຂລາສູນກາງຊາວໜຸ່ມມອບໃຫ້ບັນດາຄູ, ອາຈານຖືສັນຊາດ ຫວຽດນາມ, ມີອາຍຸບໍ່ເກີນ 35 ປີ ພວມເຮັດວຽກງານ, ສິດສອນຢູ່ບັນດາໂຮງຮຽນ, ຮາກຖານການສຶກສາບຳລຸງສ້ງ, ຮາກຖານການສຶກສາວິຊາຊີບທີ່ຂຶ້ນກັບລະບົບການສຶກສາທົ່ວປະເທດເນື່ອງໃນໂອກາດວັນຄູ ຫວຽດນາມ 20 ພະຈິກ.

        ປີ 2019 ເປັນປີທຳອິດທີ່ສູນກາງຊາວໜຸ່ມຈັດຕັ້ງການຄັດເລືອກ ແລະ ຍ້ອງຍໍຊົມເຊີຍ ບັນດານາຍຄູໜຸ່ມທີ່ດີເດັ່ນ ຂັ້ນສູນກາງ. ໃນຈຳນວນ ນາຍຄູໜຸ່ມທີ່ດີເດັ່ນ 75 ຄົນມີ 9 ຄົນເປັນນາຍຄູໜຸ່ມຊາວຊົນເຜົ່າສ່ວນໜ້ອຍ. ຄຽງຄູ່ກັບບັນດາຜົນງານທີ່ດີເດັ່ນດ້ານວິຊາການ , ນາຍຄູໜຸ່ມແຕ່ລະຄົນກໍ່ລ້ວນແຕ່ມີຄຸນສົມບັດທີ່ດີ ແລະ ອຸທິດສ່ວນໃຫ້ແກ່ພາລະກິດການສຶກສາ, ມີບັນດາຂໍ້ລິເລີ່ມທີ່ພົ້ນເດັ່ນໃນວິວັດການສິດສອນ, ຄົ້ນຄ້ວາວິທະຍາສາດ.

        ໂດຍຕາງໜ້າໃຫ້ແກ່ການນຳພັກ, ລັດ, ທ່ານນາງເຈືອງທິມາຍຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຢັ້ງຢືນວ່າ ພັກ, ລັດຍາມໃດກໍ່ຖືການສຶກສາ - ບຳລຸງສ້າງແມ່ນ ລັດຖະນະໂຍບາຍ ແຖວໜ້າ, ລົງທຶນໃຫ້ແກ່ການສຶກສາ ແມ່ນ ລົງທຶນໃຫ້ແກ່ການພັດທະນາ, ພັດທະນາການສຶກສາ - ບຳລຸງສ້າງແມ່ນການຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ບຳລຸງສ້າງຊັບພະຍາກອນມະນຸດ, ບຳລຸງຜູ້ທີ່ມີຄວາມເກັ່ງກ້າສາມາດ.

ຕອບກັບ

ຂ່າວ/ບົດ​ອື່ນ