ຍ້ອງຍໍນັກສຶກສາລາວ-ກຳປູເຈຍດີເດັ່ນ

ຍ້ອງຍໍນັກສຶກສາລາວ-ກຳປູເຈຍດີເດັ່ນ - ảnh 1
ພິ​ທີ​ຍ້ອງ​ຍໍ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ (ປີ 2015)
ພາບ:internet

(vovworld)-  ​ວັນ​ທີ 9/10, ຄະ​ນະ​ຊາວ​ຫນຸ່ມ​ນະ​ຄອນ​ໂຮ່​ຈິ​ມີນ, ຄະ​ນະ​ຄຸ້ມ​ຄອງ​ຫໍ​ພັກ​ຂອງ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ພິ​ທີ​ຍ້ອງ​ຍໍ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ 112 ຄົນທີ່ ດີ​ເດັ່ນ​ ໃນ​ປີ 2016. ນີ້​ແມ່ນ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ ຍາດ​ໄດ້​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ຂອງ​ຄະ​ນະ​ຊາວ​ຫນຸ່ມ, ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ​ຂອງ​ນະ​ຄອນ. ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ​ດັ່ງ​ກ່າວ​ແມ່ນ​ຄັດ​ເລືອກ​ຈາກ ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ 450 ຄົນ ທີ່​ພວມ​ຮ່ຳ​ຮຽນ ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ 21 ແຫ່ງ​ຢູ່​ບໍ​ລິ​ເວນ​ນະ​ຄອນ ໂຮ່​ຈິ​ມີນ. ຜ່ານ​ການ​ຈັດ​ຕັ້ງ​ມາ​ເປັນ​ເວ​ລາ 11 ຄັ້ງ, ມາ​ຮອດ​ປະ​ຈຸ​ບັນ, ລາຍ​ການ​ດັ່ງ​ກ່າວ​ໄດ້​ຍ້ອງ​ຍໍ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ 335 ຄົນ, ໃນ​ນັ້ນ ນັກ​ສຶ​ກ​ສາ​ລາວ 6 ຄົນ​ໄດ້​ຮັບ​ການ​ຍ້ອງ​ຍໍ​ເປັນ 4 ຄັ້ງ​ຢ່າງ​ລຽນ​ຕິດ. 

ຕອບກັບ

ຂ່າວ/ບົດ​ອື່ນ