ຍ້ອງ​ຍໍ​ສັນ​ລະ​ເສີນ ​ບຸກ​ຄົນ​ດີ​ເດັ່ນ​ໃນ​ການ​ຂົນ​ຂວາຍ​ປະ​ຊາ​ຊົນ​ກ່​ວາ 200 ຄົນ​ໃນ​ທົ່ວ​ປະ​ເທດ

(VOVWORLD) -ເພື່ອສະເຫຼີມສະຫຼອງ 90 ປີແຫ່ງວັນມູນເຊື້ອປະຕິບັດການຂົນຂວາຍປະຊາຊົນຂອງ ພັກ (15 ຕຸລາ 1930 – 15 ຕຸລາ 2020), ຕອນເຊົ້າວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ຈັດຕັ້ງການພົບປະ ແລະ ຍ້ອງຍໍສັນລະເສີນ ບຸກຄົນດີເດັ່ນໃນການຂົນຂວາຍປະຊາຊົນກ່ວາ 200 ຄົນໃນທົ່ວປະເທດ. 
ຍ້ອງ​ຍໍ​ສັນ​ລະ​ເສີນ ​ບຸກ​ຄົນ​ດີ​ເດັ່ນ​ໃນ​ການ​ຂົນ​ຂວາຍ​ປະ​ຊາ​ຊົນ​ກ່​ວາ 200 ຄົນ​ໃນ​ທົ່ວ​ປະ​ເທດ - ảnh 1ນາຍົກລັດຖະມົນຕີ ຫງວຽນຊວັນຟຸກມອບໃບຍ້ອງຍໍໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນດີເດັ່ນໃນວຽກງານຂົນຂວາຍປະຊາຊົນ (ພາບ: VGP) 

ໂດຍມີການເຂົ້າຮ່ວມຂອງ ທ່ານ ເຈີ່ນກວ໊ກເວື້ອງ ຜູ້ປະຈຳການຄະນະເລຂາ, ທ່ານນາງຕ່ອງທິຟ໊ອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ຫວໍວັດເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ.

ທີ່ພີທີ, ທ່ານ ເຈີ່ນກ໊ວກເວື້ອງ ໄດ້ມອບໃບຍ້ອງຍໍຂອງຄະນະຂົນຂວາຍປະຊາຊົນສູນກາງໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ຜົນງານດີເດັ່ນໃນຂະບວນການແຂ່ງຂັນ “ຂົນຂວາຍປະຊາຊົນ” ໄລຍະ 2016 – 2020.

ທ່ານເຈີ່ນກ໊ວກເວື້ອງ ໄດ້ເນັ້ນໜັກວ່າ ຕ້ອງຍົກສູງບົດບາດ, ສະຕິ ຄວາມຮັບຜິດຊອບຂອງທົ່ວລະບົບການເມືອງໃນວຽກງານຂົນຂວາຍປະຊາຊົນ, ດ້ວຍຈິດໃຈຕ້ອງ “ໄວ້ວາງໃຈຕໍ່ປະຊາຊົນ, ເຄົາລົບນັບຖືປະຊາຊົນ, ໃກ້ຊິດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ຮຽນຮູ້ປະຊາຊົນ, ອີງໃສ່ປະຊາຊົນ ແລະ ມີຄວາມຮັບຜິດຊອບຕໍ່ປະຊາຊົນ”. ປ່ຽນແປງໃໝ່ການເຄື່ອນໄຫວຂົນຂວາຍປະຊາຊົນຕາມທິດແທດຈິງ, ປະກອບສ່ວນເຂົ້າການຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ຢ່າງບໍ່ຢຸດຢັ້ງ.

ແລະກໍ່ໃນຕອນບ່າຍວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ພົບປະກັບບຸກຄົນທີ່ດີເດັ່ນໃນການຂົນຂວາຍປະຊາຊົນກ່ວາ 200 ຄົນ ໄລຍະ 2017 – 2020.

ຕອບກັບ

ຂ່າວ/ບົດ​ອື່ນ