ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ ຈາ​ກ​ສັນ​ຍາ EVFTA ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ຕະຫຼ​າດ​ພາ​ຍ​ໃນ​ປະ​ເທດ

(VOVWORLD) - ສ່ວນກົມສົ່ງເສີມການຄ້າ, ກົມເອີລົບ - ອາເມລິກາ ລ້ວນແຕ່ຢັ້ງຢືນວ່າ ໄດ້ມີຫຼາຍໂຄງການລະອຽດເພື່ອໜູນຊ່ວຍວິສາຫະກິດ ນັບແຕ່ການສະໜອງຂໍ້ມູນຂ່າວສານ, ການຄົ້ນຄ້ວາຕິດຕາມ, ການເໜັງຕີງຂອງຕະຫຼາດ, ຊອກຮູ້ກ່ຽວກັບບັນດາມາດຕະຖານ, ຄວາມນິຍົມຊົມຊອບ, ຄວາມຕ້ອງການຈາກຕະຫຼາດເອີລົບແຫ່ງຕ່າງໆ.

ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ ຈາ​ກ​ສັນ​ຍາ EVFTA ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ຕະຫຼ​າດ​ພາ​ຍ​ໃນ​ປະ​ເທດ - ảnh 1ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ

(ພາບ: BNEWS/TTXVN)

ວັນທີ 26 ກຸມພາຢູ່ຮ່າໂນ້ຍ, ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ມີການເຮັດວຽກກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງເພື່ອແນໃສ່ກະກຽມການຜັນຂະຫຍາຍການປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພາບເອີລົບ (EVFTA) ບົນເນື້ອໃນຈິດໃຈເປັນເຈົ້າການຍາດແຍ່ງກາລະໂອກາດ, ຮ່ວມສຳພັນຮ່ວມມື, ຍູ້ແຮງການສົ່ງອອກໄປຍັງຕະຫຼາດ EU ໃຫ້ໄດ້ຫຼາຍທີ່ສຸດ, ພ້ອມທັງຮັບປະກັນກຳລັງແກ່ງແຍ້ງຢູ່ຕະຫຼາດພາຍໃນປະເທດ. ທ່ານເລຈ້ອງຢຸງ ຫົວໜ້າກົມປ້ອງກັນການຄ້າ ຖືວ່າ:

ໃນ 5ປີຜ່ານມາ EU ບໍ່ໄດ້ກວດກາຈັກເທື່ອກ່ຽວກັບການຕ້ານການຂາຍບຸບລາຄາຕໍ່ສິນຄ້າ, ຫຼືຊ່ວຍໜູນໃຫ້ແກ່ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ເພື່ອຂຸດຄົ້ນສັນຍາ EVFTA ແບບຍືນຍົງນັ້ນ ບັນຫາຮັບປະກັນການປະຕິບັດໃຫ້ຖືກຕ້ອງກັບຂໍ້ກຳນົດຂອງສັນຍາວ່າດ້ວຍການສໍ້ກົງຕົ້ນກຳເນີດຂອງສິນຄ້າ, ຕ້ານການຫຼົບຫຼິກແມ່ນສຳຄັນທີ່ສຸດ.

ສ່ວນກົມສົ່ງເສີມການຄ້າ, ກົມເອີລົບ - ອາເມລິກາ ລ້ວນແຕ່ຢັ້ງຢືນວ່າ ໄດ້ມີຫຼາຍໂຄງການລະອຽດເພື່ອໜູນຊ່ວຍວິສາຫະກິດ ນັບແຕ່ການສະໜອງຂໍ້ມູນຂ່າວສານ, ການຄົ້ນຄ້ວາຕິດຕາມ, ການເໜັງຕີງຂອງຕະຫຼາດ, ຊອກຮູ້ກ່ຽວກັບບັນດາມາດຕະຖານ, ຄວາມນິຍົມຊົມຊອບ, ຄວາມຕ້ອງການຈາກຕະຫຼາດເອີລົບແຫ່ງຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ