(vovworld) - ຕອນບ່າຍວັນທີ 07/03, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບບັນດາລັດຖະມົນຕີກະຊວງເສດຖະກິດອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ທີ່ພວມຢູ່ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 19. ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ເນັ້ນໜັກວ່າ ຍາມໃດຫວຽດນາມ ກໍແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນການກໍ່ສ້າງປະຊາຄົມອາຊຽນ, ໂດຍສະເພາະແມ່ນການກໍ່ສ້າງປະຊາຄົມເສດຖະກິດອາຊຽນ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ບັນດາລັດຖະມົນຕີເສດຖະກິດອາຊຽນ ເພີ່ມທະວີການຮ່ວມມືເພື່ອແນໃສ່ກໍ່ສ້າງປະຊາຄົມເສດຖະກິດອາຊຽນ ກໍຄືຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງບັນດາປະເທດໃນອາຊຽນ ແລະ ລະຫວ່າງອາຊຽນ ກັບປະເທດຕ່າງໆ. ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງຫວຽດນາມ ໃນອາຊຽນ. ບັນດາລັດຖະມົນຕີ, ເລຂາທິການໃຫຍ່ອາຊຽນຢືນຢັນວ່າ ຈະສືບຕໍ່ມານະພະຍາຍາມ ແລະ ຮ່ວມມືຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນປະຕິບັດບັນດາຄາດໝາຍເຊິ່ງອາຊຽນ ໄດ້ວາງອອກ, ພິເສດແມ່ນປະກອບສ່ວນສ້າງປະຊາຄົມອາຊຽນໃຫ້ສຳເລັດໃນປີ 2015.