ຍາມໃດຫວຽດນາມກໍ່ຖືການປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເດັກແມ່ນ ໜ້າທີ່ອັນດັບໜຶ່ງ

ຍາມໃດຫວຽດນາມກໍ່ຖືການປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເດັກແມ່ນ ໜ້າທີ່ອັນດັບໜຶ່ງ - ảnh 1
ພາບປະກອບ

(vovworld) – ກອງ​ປະຊຸມ​ສົນທະ​ນາ​ຫາ​ລື​ນະ​ໂຍບາຍ ​ແລະ ທາ​ບທາ​ມຄວາມ​ເຫັນ​ສາຍ​ໂທລະສັບໃຫ້ຄຳ​ປຶກສາ​ໜູນຊ່ວຍເດັກ​ພາກ​ພື້ນ ອາຊີ - ປາຊີ​ຟິກ ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ວັນ​ທີ 26/11, ຢູ່ ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ແທນ​ທີ່​ມາ​ຈາກ 24 ປະ​ເທດ​ຂຶ້ນ​ກັບ​ພາກ​ພື້ນ ອາຊີ - ປາຊີ​ຟິກ. ກອງ​ປະຊຸມ​ແມ່ນ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບ​ການ​ຕົວ​ຈິງ​ໃນ​ການ​ເຄື່ອນ​ໄຫວ, ຜົນ​ສະທ້ອນ​ຂອງ​ສາຍ​ໂທລະສັບ​ກ່ຽວກັບເດັກນ້ອຍ​ສາກົນ ​ແລະ ສາຍ​ໂທລະສັບໃຫ້ຄຳ​ປຶກສາ​ໜູນ​ຊ່ວຍ​ເດັກ​​ພາກ​ພື້ນ ອາ​ຊີ - ປາຊີ​ຟິກ ສຳລັບ​ລະບົບ​ປົກ​ປ້ອງ​​ເດັກ​ແຫ່ງ​ຊາດ ​ແລະ ສຳ​ລັບ​ເດັກນ້ອຍ, ຜູ້​ບໍ່​ທັນ​ຮອດ​ກະ​ສຽນ​ອາຍຸ.​.​.​ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ຢວານ​ເມົ້າ​ຢຽບ ​ເນັ້ນ​ໜັກ​ວ່າ:  ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ, ສຶກສາ​ອົບຮົມເດັກນ້ອຍ ປີ 2004 ​ແລະ ປະຈຸ​ບັນ​ພວມ​ດຳ​ເນີນ​ການ​ປັບປຸງ​ກົດໝາຍ​ສະບັບ​ນີ້​​ໂດຍ​ອີງ​​ໃສ່​ວິທີ​ສຳ​ພັດ​ກ່ຽວ​ກັບ​ສິດ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ການ​ທ້າ​ທາຍ ກ່ຽວ​ກັບ​ສະພາບ​ການ​ເດັກ​ໃນ​ປະຈຸ​ບັນ ກໍ່​ຄື​ໃນ​ໄລຍະ​ຍາວ.

    ທ່ານ​ນາງ Nenita La Rose, ຜູ້ອຳນວຍການ​ບໍລິຫານ​ສາຍ​ໂທລະສັບ​ໜູນ​ຊ່ວຍ​ເດັກ​ສາກົນ ຖື​ວ່າ: ລັດຖະບານ​ບັນດາ​ປະ​ເທດ​ຄວນ​ຍູ້​ແຮງ​ການ​ໜູນ​ຊ່ວຍ​ເພື່ອ​ເພີ່ມ​ແຫຼ່ງກຳລັງ ​ແລະ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໃຫ້​ບັນດາ​ບໍລິການ​ໜູນ​ຊ່ວຍ​ເດັກ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ບັນດາ​ສາຍ​ໂທລະສັບ​ດ່ວນ​ນີ້.


ຂ່າວ/ບົດ​ອື່ນ