ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ

(VOVWORLD) -   ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງຄວາມໝາຍຄວາມສຳຄັນຂອງປີມິດຕະພາບ ຫວຽດນາມ - ກຳປູເຈຍ, ພິເສດແມ່ນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຄົບຮອບ 55 ປີ, ອັນໄດ້ສ້າງໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງສອງປະເທດ. 
ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ - ảnh 1ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An  (ພາບ: VOV)

ວັນທີ 24 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຕ້ອນຮັບທ່ານນາງ Men Sam An ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພົວພັນສະພາແຫ່ງຊາດ, ສະພາສູງ ແລະ ກວດກາແຫ່ງ ລາຊະອານາຈັກ ກຳປູເຈຍ, ຮອງປະທານພັກປະຊາຊົນ ກຳປູເຈຍ, ປະທານ ສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ  ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຄົບຮອບ 55 ປີ (24/6/1967 - 24/6/2022).

         ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງຄວາມໝາຍຄວາມສຳຄັນຂອງປີມິດຕະພາບ ຫວຽດນາມ - ກຳປູເຈຍ, ພິເສດແມ່ນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຄົບຮອບ 55 ປີ, ອັນໄດ້ສ້າງໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງສອງປະເທດ.  ພ້ອມທັງໄດ້ເນັ້ນໜັກເຖິງຄວາມໝາຍຂອງນ້ຳໃຈສາມັກຄີ, ການອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ພັກ, ປະຊາຊົນສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ຕ້ອນຮັບທ່ານນາງຮອງນາຍົກລັດຖະມົນຕີ Men Sam An  ເຊັ່ນດຽວກັນ. 

ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ - ảnh 2ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An (ພາບ: TTXVN) 

       

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫວັງວ່າ ທ່ານນາງ ຮອງນາຍົກລັດຖະມົນຕີ Men Sam An ຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຍູ້ແຮງການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງສອງປະເທດໃນຂົງເຂດ ການເມືອງ, ການປ້ອງກັນຊາດ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາບຳລຸງສ້າງ…. ກໍຄືຮ່ວມມືກັນໃນບັນດາບັນຫາສາກົນ ແລະ ພາກພື້ນ. ທ່ານນາຍົກລັດຖະມົນຕີກໍຫວັງວ່າ ກຳປູເຈຍ ຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງ, ວິສາຫະກິດ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ, ເຮັດວຽກທຳມາຫາກິນຢູ່ ກຳປູເຈຍ.

        ສ່ວນທ່ານນາງ ຮອງນາຍົກລັດຖະມົນຕີ Men Sam An ຕີລາຄາສູງການພັດທະນາຂອງການພົວພັນລະຫວ່າງສອງປະເທດໃນກວ່າເຄິ່ງສະຕະວັດຜ່ານມາ. ທ່ານນາງ ຢັ້ງຢືນວ່າ ຈະສືບຕໍ່ມານະພະຍາຍາມເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງນ້ຳໃຈໄມຕີຈິດມິດຕະພາບລະຫວ່າງສອງຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ