ຍ​ູ້​ແຮງ​ການ​ຮ່ວມ​ມືດ້ານ​ປ້ອງ​ກັ​ນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ

(VOVWORLD) - ຕອນບ່າຍວັນທີ 5 ທັນວາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຟານວັນຢາງ, ຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Liew Chin Tong ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ມາເລເຊຍ.
ຍ​ູ້​ແຮງ​ການ​ຮ່ວມ​ມືດ້ານ​ປ້ອງ​ກັ​ນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ - ảnh 1ທ່ານພົນໂທ ຟານວັນຢາງ (ພາບ: TTXVN) 

ສອງຝ່າຍໄດ້ຢັ້ງຢືນວ່າ ການພົວພັນໃນການປ້ອງກັນຊາດ ລະຫວ່າງ ຫວຽດນາມ - ມາເລເຊຍ ໃນໄລຍະທີ່ຜ່ານມາ ໄດ້ຮັບການພັດທະນາຢ່າງຕັ້ງໜ້າ, ເປັນຕົ້ນແມ່ນບັນດາຂົງເຂດຄື: ບຳລຸງສ້າງ, ຮ່ວມມືກອງທັບເຮືອ, ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ… ພ້ອມທັງເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍມີເງື່ອນໄຂຫຼາຍຢ່າງເພື່ອພັດທະນາຢ່າງແຮງກ່ວາອີກເໝາະສົມກັບການພົວພັນຄູ່ຮ່ວມມື ຍຸດທະສາດ ຫວຽດນາມ - ມາເລເຊຍ.

        ທ່ານ ພົນໂທ ຟານວັນຢາງ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ມີຄວາມປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຢ່າງແໜ້ນແຟ້ນຂອງ ກະຊວງປ້ອງກັນປະເທດ ມາເລເຊຍ ເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020.

ຍ​ູ້​ແຮງ​ການ​ຮ່ວມ​ມືດ້ານ​ປ້ອງ​ກັ​ນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ