ຍູ້ແຮງການໂຄສະນາຜະລິດຕະພັນກະເສດ,ສິນໃນນ້ຳຫວຽດນາມເທື່ອລະກ້າວ
ພາບປະກອບ
(vovworld) – ຕອນເຊົ້າວັນທີ 10/12, ກ່າວຄຳເຫັນທີການກວດກາການປະຕິບັດບັ້ນຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ” ຢູ່ສຳນັກງານກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ການກຳນົດທິດຢ່າງຖືກຕ້ອງຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດໃນການປະຕິບັດບັ້ນຂົນຂວາຍໃນໄລຍະຜ່ານມາ, ພິເສດແມ່ນເພີ່ມທະວີການຊີ້ນຳຜັນຂະຫຍາຍການນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກ, ວິທະຍາສາດເຕັກໂນໂລຢີ ເພື່ອແນໃສ່ຍົກສູງຄຸນນະພາບຜະລິດຕະພັນກະເສດຂອງ ຫວຽດນາມ. ທ່ານ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ:
“ພວກເຮົາຕ້ອງມີມາດຖານ, ຕີລາຄາຄວາມກ້າວໜ້າດ້ານຄຸນນະພາບຂອງສິນຄ້າ ຫວຽດນາມ ໃນການປະຕິບັດຂະບວນການ ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ. ພວກເຮົາຕ້ອງຍົກອອກດັດຊະນີສິນຄ້າ ຫວຽດນາມ ໄດ້ຮັບການຊົມໃຊ້ກວມອັດຕາເທົ່າໃດໃນທ້ອງຕະຫຼາດ. ໄລຍະຈະມາເຖິງ, ຄະນະຊີ້ນຳຂະບວນການ “ຊາວຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ” ຈະມອບຄ່າໃຊ້ຈ່າຍໃຫ້ກະຊວງຕ່າງໆ ເພື່ອສ້າງດັດຊະນີຕີລາຄາເປັນທາງການ.”