ຍູ້ແຮງວຽກງານປ້ອງກັນ, ຕ້ານການຟອກເງິນ, ອຸປະຖຳການກໍ່ການຮ້າຍ ແລະ ໜູນຊ່ວຍການແຜ່ຂະຫຍາຍອາວຸດລ້າງຜານ

(VOVWORLD) -ແຜນການເພື່ອແນໃສ່ສ້າງກົນໄກຢ່າງມີປະສິດທິຜົນຢູ່ ຫວຽດນາມ ເພື່ອພື້ນຖານສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ເຊື່ອມໂຍງ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິນຄາຍ ຫາກໍ່ເຊັນປະກາດໃຊ້ແຜນການກະທຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ຕ້ານການຟອກເງິນ, ອຸປະຖຳການກໍ່ການຮ້າຍ ແລະ ໜູນຊ່ວຍການແຜ່ຂະຫຍາຍອາວຸດລ້າງຜານ ໄລຍະ 2021 – 2025. ແຜນການເພື່ອແນໃສ່ສ້າງກົນໄກຢ່າງມີປະສິດທິຜົນຢູ່ ຫວຽດນາມ ເພື່ອພື້ນຖານສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ເຊື່ອມໂຍງ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງຂອງ ຫວຽດນາມ ໃນປະຊາຄົມສາກົນ; ປົກປ້ອງຜົນປະໂຫຍດແຫ່ງຊາດ, ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນໃນພື້ນຖານເສດຖະກິດໃຫ້ເປັນຢ່າງດີທີ່ສຸດ, ປະກອບສ່ວນປ້ອງກັນ, ຕ້ານອາດຊະຍາກຳສໍ້ລາດບັງຫຼວງ, ຟອກເງິນ, ອຸປະຖຳການກໍ່ການຮ້າຍ ແລະ ໜູນຊ່ວຍການແຜ່ຂະຫຍາຍອາວຸດລ້າງຜານ..., ຊຸກຍູ້ການເຕີບໂຕເສດຖະກິດ. ແຜນການຊ່ວຍສ້າງກອບນິຕິກຳໃຫ້ສົມບູນແບບ, ສ້າງລະບົບເອກະສານກຳນົດກົດໝາຍໃຫ້ຄົບຊຸດ, ສອດຄ່ອງກັບສະພາບການຕົວຈິງຢູ່ພາຍໃນປະເທດ ແລະ ມຸ່ງໄປເຖິງການຕອບສະໜອງບັນດາມາດຕະຖານສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ