ດ່ານັ້ງ ມອບລາງວັນ “Blouse ຂາວແສງສະຫວ່າງ”

(VOVWORLD) -ມີທ່ານໝໍ 20 ຄົນໄດ້ຮັບການຍ້ອງຍໍໃນຄັ້ງນີ້ ເຊິ່ງແມ່ນບັນດາຜູ້ດີເດັ່ນທີ່ສຸດມີການອຸທິດສ່ວນ, ການເສຍສະຫຼະຫຼາຍທີ່ສຸດເພື່ອຊ່ວຍໃຫ້ ດ່ານັ້ງ ຜ່ານຜ່າໂລກລະບາດໂຄວິດ-19.
ດ່ານັ້ງ ມອບລາງວັນ “Blouse ຂາວແສງສະຫວ່າງ” - ảnh 1ພິທີມອບລາງວັນແພດໝໍດີເດັ່ນຄັ້ງທີ 13
(ພາບ: laodong.vn)

ວັນທີ 26 ກຸມພາ, ນະຄອນ ດ່ານັ້ງ ໄດ້ຈັດພິທີສະເຫຼີມສະຫຼອງວັນແພດໝໍຫວຽດນາມ (ວັນທີ 27 ກຸມພາ) ແລະ ມອບລາງວັນແພດໝໍດີເດັ່ນຄັ້ງທີ 13, ມອບລາງວັນ “Blouse ຂາວແສງສະຫວ່າງ” ປີ 2020. ມີທ່ານໝໍ 20 ຄົນໄດ້ຮັບການຍ້ອງຍໍໃນຄັ້ງນີ້ ເຊິ່ງແມ່ນບັນດາຜູ້ດີເດັ່ນທີ່ສຸດມີການອຸທິດສ່ວນ, ການເສຍສະຫຼະຫຼາຍທີ່ສຸດເພື່ອຊ່ວຍໃຫ້ ດ່ານັ້ງ ຜ່ານຜ່າໂລກລະບາດໂຄວິດ-19. ກ່າວຄຳເຫັນທີ່ພິທີ, ທ່ານ ເລຈູງຈິ໊ງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ເນັ້ນໜັກວ່າ.

        “ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈຢ່າງແທ້ຈິງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈທີ່ມີຕໍ່ບັນດາການປະກອບສ່ວນຂອງບັນດາແພດໝໍ, ທ່ານໝໍໃນໄລຍະຜ່ານມາ. ພວກຂ້າພະເຈົ້າຫວັງວ່າ, ບັນດາແພດໝໍ, ທ່ານໝໍສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ຮັກສາຄຸນນະທາດຂອງແພດໝໍ, ຕັ້ງໜ້າຮ່ຳຮຽນ, ຍົກສູງລະດັບວິຊາສະເພາະ, ປະຕິບັດສຳເລັດໜ້າທີ່ອັນສູງສົ່ງຂອງຕົນເປັນຢ່າງດີ, ກ່າຍເປັນບ່ອນອີງ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານຈິດໃຈໃຫ້ແກ່ບັນດາຄົນເຈັບ”.

ຕອບກັບ

ຂ່າວ/ບົດ​ອື່ນ