ດ່ານັ້ງ: ວາງສະແດງວັດຖຸພັນ, ເອກະສານລ້ຳຄ່າຢັ້ງຢືນຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ

(VOVWORLD) -ງານວາງສະແດງແມ່ນການເຄື່ອນໄຫວສື່ສານ, ໂຄສະນາກ່ຽວກັບອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ຜ່ານບັນດາເອກະສານ, ສື່ສິ່ງພິມ, ແຜນທີ່, ພາບຖ່າຍ, ວັດຖຸພັນ.

ດ່ານັ້ງ: ວາງສະແດງວັດຖຸພັນ, ເອກະສານລ້ຳຄ່າຢັ້ງຢືນຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ảnh 1 ນັກຮຽນມາຢ້າມຊົມໃນງານວາງສະແດງ

(ພາບ: TTXVN)

ຕອນເຊົ້າວັນທີ 02 ພະຈິກ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ສົມທົບກັບມະຫາວິທະຍາໄລ່ດ່ານັ້ງ ຈັດງານວາງສະແດງແຜນທີ່ ແລະ ວາງສະແດງເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”. ງານວາງສະແດງແມ່ນການເຄື່ອນໄຫວສື່ສານ, ໂຄສະນາກ່ຽວກັບອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ຜ່ານບັນດາເອກະສານ, ສື່ສິ່ງພິມ, ແຜນທີ່, ພາບຖ່າຍ, ວັດຖຸພັນ. ງານວາງສະແດງໄດ້ນຳສະເໜີຕໍ່ມວນຊົນບັນດາເອກະສານ, ສື່ສິ່ງພິມ ແລະ ແຜນທີ່ ທີ່ໄດ້ເຕົ້າໂຮມຈາກບັນດາແຫຼ່ງເອກະສານທີ່ໄດ້ປະກາດແລ້ວນັ້ບແຕ່ກ່ອນມາຮອດປະຈຸບັນຂອງບັນດານັກຄົ້ນຄວ້າ, ນັກຮຽນຮູ້ຢູ່ພາຍໃນ ແລະ ຕ່າງປະເທດ. ຜ່ານນັ້ນ, ເປັນການຢັ້ງຢືນຫຼັກໝັ້ນຄວາມເປັນທຳຂອງຫວຽດນາມ, ຍົກສູງນ້ຳໃຈສາມັກຄີ, ສະຕິຄວາມຮັບຜິດຊອບຂອງປະຊາຊົນ, ພິເສດແມ່ນຊາວໜຸ່ມເຍົາວະຊົນ, ນັກຮຽນ, ນັກສຶກສາໃນພາລະກິດປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ.

        ໃນຂອບເຂດງານວາງສະແດງ, ຄູອາຈານ, ນັກສຶກສາຢູ່ມະຫາວິທະຍາໄລ ດ່ານັ້ງ ໄດ້ໂອ້ລົມສົນທະນາກັບບັນດານັກຊ່ຽວຊານຄົ້ນຄວ້າກ່ຽວກັບທະເລຕາເວັນອອກ ເພື່ອແນໃສ່ຕອບຄຳຖາມ, ສະໜອງຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງທະເລ, ໝູ່ເກາະ, ພິເສດແມ່ນອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະຮ່ວາງຊາ, ເຈື່ອງຊາ ຕື່ມອີກ. ງານວາງສະແດງຈະອັດລົງໃນວັນທີ 04 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ