ດ່ານັ້ງ ເລີ່ມເຄື່ອງໄຫວງານບຸນຍິງບັ້ງໄຟດອກສາກົນ 2023 (DIFF 2023)

(VOVWORLD) - ນີ້ແມ່ນງານບຸນສາກົນທີ່ເປັນເອກະລັກສະເພາະ, ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມນະຄອນ ດ່ານັ້ງ ເປັນຈຳນວນຫຼວງຫຼາຍ.
ດ່ານັ້ງ ເລີ່ມເຄື່ອງໄຫວງານບຸນຍິງບັ້ງໄຟດອກສາກົນ 2023 (DIFF 2023) - ảnh 1ງານແຂ່ງຂັນຍິງບັ້ງໄຟດອກຄັ້ງກ່ອນໆຢູ່ນະຄອນ ດ່ານັ້ງ

ພາຍຫຼັງ 3 ປີຖືກຕັດຕອນຍ້ອນໂລກລະບາດໂຄວິດ - 19, ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ຕັດສິນໃຈເລີ່ມເຄື່ອນໄຫວງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ 2023 –DIFF 2023 ຄືນໃໝ່. ນີ້ແມ່ນງານບຸນສາກົນທີ່ເປັນເອກະລັກສະເພາະ, ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມນະຄອນ ດ່ານັ້ງ ເປັນຈຳນວນຫຼວງຫຼາຍ.

        ຄາດວ່າ, ງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ 2023 ຈະຈັດຂຶ້ນແຕ່ວັນທີ 3 ມິຖຸນາ ຫາວັນທີ 8 ກໍລະກົດ 2023, ຢູ່ທ່າກ່ຳປັ່ນແມ່ນ້ຳ ຮ່ານ. ງານບຸນຈະມີການເຂົ້າຮ່ວມຂອງ 8 ທິມງານ, ໃນນັ້ນມີ 7 ທິມງານສາຫົນ ແລະ ທິມງານຂອງ ດ່ານັ້ງ - ຫວຽດນາມ. ບັນດາລາຍທິມງານຈະແຂ່ງຂັນເປັນເວລາ 5 ຄືນ, ເຊິ່ງລວມມີການແຂ່ງຂັນຍິງບັ້ງໄຟດອກ 4 ຄືນ ແລະ ຄືນໜຶ່ງແມ່ນຮອບຊິງຊະນະເລີດ. ແຕ່ລະທິມງານ ຈະຍິງບັ້ງໄຟດອກເປັນເວລາປະມານ 20 – 22 ນາທີ ຕາມຫົວຂໍ້ລະອຽດຂອງ DIFF 2023.

ຕອບກັບ

ຂ່າວ/ບົດ​ອື່ນ