ດ່າ​ໜັງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ແຂວງ ຈຳ​ປາ​ສັກ​ ຂອງ ລາວ

(VOVWORLD) -  ຕອນບ່າຍວັນທີ 28 ກັນຍາ, ຄະນະປະຕິບັດງານຂອງແຂວງ ຈຳປາສັກ ໂດຍທ່ານເລຂາພັກແຂວງ, ເຈົ້າແຂວງແຂວງ ຈຳປາສັກ, ອາລຸນໄຊ ສູນນະລາດ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບນະຄອນ ດ່າໜັງ.
ດ່າ​ໜັງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ແຂວງ ຈຳ​ປາ​ສັກ​ ຂອງ ລາວ - ảnh 1ການເຮັດວຽກລະຫວ່າງສອງແຂວງ (ພາບ: TTXVN)

ທີ່ການຕ້ອນຮັບຄະນະ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ເລຈູງຈິງ ຢັ້ງຢືນວ່າ ນະຄອນ ດ່າໜັງ ຍາມໃດກໍເອົາໃຈໃສ່, ຍູ້ແຮງການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ, ໃນນັ້ນ ມີແຂວງ ຈຳປາສັກ. ທ່ານເລຈູງຈິງ ແບ່ງປັນກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງ ດ່າໜັງ ແລະ ບັນດາກຳນົດທິດ, ເປົ້າໝາຍຂອງນະຄອນໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ໃນປີ 2024, ນະຄອນ ຈະສືບຕໍ່ສະໜອງທຶນການສຶກສາໃຫ້ແກ່ພະນັກງານ, ນັກຮຽນແຂວງ ຈຳປາສັກ ໄປຮຽນຢູ່ມະຫາວິທະຍາໄລ ດ່າໜັງ; ຈັດສົ່ງຄູສອນພາສາ ຫວຽດ ໄປສອນຢູ່ສູນພາສາ ຫວຽດ ແຂວງ ຈຳປາສັກ, ໃນສົກຮຽນ 2024 – 2025; ຜັນຂະຫຍາຍໂຄງການສູນພາສາ ຫວຽດນາມ ແຂວງ ຈຳປາສັກ (ໃໝ່). ພ້ອມດຽວກັນນັ້ນ, ທາງນະຄອນຈະຈັດບັນດາລາຍການແນະນຳ, ເຊື່ອມຕໍ່, ສົ່ງເສີມການເຄື່ອນໄຫວລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ການສົ່ງອອກຂອງບັນດາວິສາຫະກິດ ດ່າໜັງ ໄປຍັງບັນດາແຂວງພາກໃຕ້, ພາກກາງຂອງລາວ, ໃນນັ້ນມີແຂວງ ຈຳປາສັກ.

        ສ່ວນທ່ານເລຂາພັກແຂວງ, ເຈົ້າແຂວງແຂວງ ຈຳປາສັກ ອາລຸນໄຊ ສູນນະລາດ ປາດຖະໜາວ່າ ນະຄອນດ່າໜັງ ສືບຕໍ່ໜູນຊ່ວຍແຂວງໃນຂົງເຂດບຳລຸງສ້າງພະນັກງານ, ດຳເນີນທຸລະກິດການທ່ອງທ່ຽວ, logistics; ໜູນຊ່ວຍສ້າງສູນວິຊາຊີບ, ສອນພາສາ ຫວຽດ ແລະ ຮຽກຮ້ອງໃຫ້ບັນດານັກລົງທຶນ ດ່າໜັງ ມາສຳຫຼວດສຶກສາ ແລະ ລົງທຶນ, ດຳເນີນທຸລະກິດຢູ່ແຂວງ ຈຳປາສັກ. ທ່ານກໍຫວັງວ່າ ຈະມີຖ້ຽວບິນເຊື່ອມຕໍ່ລະຫວ່າງສອງທ້ອງຖິ່ນໃນໄວໆນີ້ ເພື່ອປະກອບສ່ວນຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນຄະນະ ແລະ ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ