ຕັ້ງຫນ້າ,ເປັນເຈົ້າການຊຸກຍູ້ການພົວພັນຄູ່ຮ່ວມມືອາຊຽນ-ອົດສະຕາລີ

ຕັ້ງຫນ້າ,ເປັນເຈົ້າການຊຸກຍູ້ການພົວພັນຄູ່ຮ່ວມມືອາຊຽນ-ອົດສະຕາລີ - ảnh 1

(vovworld)-​ ​ ​​​ແຕ່​ວັນ​ທີ 19-26/11, ຄະ​ນະ​ຜູ້​ແທນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ບັນ​ດາ​ປະ​ເທດສະ​ມາ​ຊິກ ອາ​ຊຽນ ໄດ້​ໄປ​ຢ​້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ອົດ​ສະ​ຕາ​ລີ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື ອາ​ຊຽນ -ອົດ​ສະ​ຕາ​ລີ. ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ ອົດ​ສະ​ຕາ​ລີ, ຄະ​ນະ​ຜູ້​ແທນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ໄດ້​ຮັບ​ຟັງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່​ງ​ຊາດ ອົດ​ສະ​ຕາ​ລີ ສະ​ເຫນີ ກ່ຽວ​ກັບ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ, ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ບານ, ລັດ​ຖະ​ສະ​ພາ, ​ຕິດ​ຕາມ​ໂດກ​ຍົງ​ການ​ເຄື່ອນ​ໄຫວ​ຈຳ​ນວນ​ຫນຶ່ງ​ຂອງ​ສະ​ມາ​ຊິກ​ສະ​ພາ​ສູງ ແລະ​ສະ​ພາ​ຕ່ຳ​ອົດ​ສະ​ຕາ​ລີ. ຄະ​ນະ​ກໍ​ໄດ້​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ຫລາຍ​ແຫ່ງ, ພົບ​ປະ​ກັບ​ບັນ​ດາ​ຜູ້​ຕາງ​ຫນ້າ​ວິ​ສາ​ຫະ​ກິດ, ຢ້ຽມ​ຢາມ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ. ນອກຈາກ​ການ​ເຂົ້າ​ຮ່ວມ​ບັນ​ດາ​ລາຍ​ການ​ລວມ​ຂອງ ອາ​ຊຽນ ແລະ ອົດ​ສະ​ຕາ​ລີ, ຜູ້​ຕາງ​ຫນ້າ ຫວຽດ​ນາມ ກໍ​ເປັນ​ເຈົ້າ​ການ​ກຳ​ໄດ້​ກາ​ລະ​ໂອ​ກາດ​ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ-ອົດ​ສະ​ຕາ​ລີ ຜ່ານ​ບັນ​ດາ​ການ​ພົບ​ປະ, ແລກ​ປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອົດ​ສະ​ຕາ​ລີ ກ່ຽວ​ກັບ​ຫລາຍ​ບັນ​ຫາ. ທ່ານ ຫງວຽນ​ແມ້ງ​ຕຽນ, ຮອງ​ຫົວ​ຫນ້າ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ສະ​ພາ​ແຫ່​ງ​ຊາດ​ຊຸດ​ທີ 13, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ການ​ພົບ​ປະ​ໂດຍ​ກົງ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອົດ​ສະ​ຕາ​ລີ ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ, ແລກ​ປ່ຽນ​ບົດ​ຮຽນ, ຈາກນັ້ນ ທາບ​ທ່າມ​ຄຳ​ເຫັນ, ປັບ​ປຸງ​ການ​ເຄື່ອນ​ໄຫວ​​ສ້າງ​ກົດ​ໝາຍໃຫ້​ເໝາ​ະ​ສົມ​ແລະ​ມີ​ປະ​ສິດ​ທິ​ຜົນ​, ຕິດ​ຕາມກວດ​ກາ ແລະ ປະ​ຕິ​ບັດກົດ​ໝາຍ​ເວົ້າ​ສະ​ເພາະ ກໍ​ຄື​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ