ຕິດແທດກັບສະພາບຕົວຈິງ, ເປັນເຈົ້າການ, ມີຫົວຄິດປະດິດສ້າງໃນການເຄື່ອນໄຫວຂອງສະພາແຫ່ງຊາດ

(VOVWORLD) -ເພື່ອກະກຽມໃຫ້ແກ່ກອງປະຊຸມ, ບັນດາຄະນະສະມາຊິກສະພາແຫ່ງຊາດ ໄດ້ເປັນເຈົ້າການລວບລວມຄຳເຫັນຂອງຜູ້ມີສິດເລືອກຕັ້ງຜ່ານການພົບປະກັບຜູ້ມີສິດເລືອກຕັ້ງຫຼາຍຄັ້ງ, ຮັບເອົາຄຳເຫັນໃສ່ຮ່າງກົດໝາຍສະບັບຕ່າງໆ.
ຕິດແທດກັບສະພາບຕົວຈິງ, ເປັນເຈົ້າການ, ມີຫົວຄິດປະດິດສ້າງໃນການເຄື່ອນໄຫວຂອງສະພາແຫ່ງຊາດ - ảnh 1ທີ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV
(ພາບ: VGP)

ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແມ່ນກອງປະຊຸມທຳອິດໃນອາຍຸການຊຸດທີ XV, ສະພາແຫ່ງຊາດກັບຄືນສູ່ສະພາບເປັນປົກກະຕິ ເມື່ອຈັດກອງປະຊຸມເຕົ້ມໂຮມທັງສະໄໝຢູ່ຫໍປະຊຸມ. ສິ່ງດັ່ງກ່າວໄດ້ສ້າງຄວາມສະດວກຫຼາຍທີ່ສຸດໃຫ້ແກ່ວຽກງານຈັດຕັ້ງ, ກໍຄືຮັບປະກັນການປະຕິບັດໂຄງການດຳເນີນງານ ດ້ວຍຫຼາຍເນື້ອໃນສຳຄັນໃຫ້ສຳເລັດ.

        ເພື່ອກະກຽມໃຫ້ແກ່ກອງປະຊຸມ, ບັນດາຄະນະສະມາຊິກສະພາແຫ່ງຊາດ ໄດ້ເປັນເຈົ້າການລວບລວມຄຳເຫັນຂອງຜູ້ມີສິດເລືອກຕັ້ງຜ່ານການພົບປະກັບຜູ້ມີສິດເລືອກຕັ້ງຫຼາຍຄັ້ງ, ຮັບເອົາຄຳເຫັນໃສ່ຮ່າງກົດໝາຍສະບັບຕ່າງໆ. ທ່ານ ເກິມຮ່າຈູງ, ສະມາຊິກສະພາແຫ່ງຊາດແຂວງ ຝູເທາະ, ໃຫ້ຮູ້ວ່າ:

        “ເພື່ອກະກຽມໃຫ້ແກ່ກອງປະຊຸມ, ຄະນະສະມາຊິກສະພາແຫ່ງຊາດແຂວງ ຝູເທາະ ໄດ້ຕິດພັນຢ່າງໃກ້ຊິດກັບເນື້ອໃນ, ຈັດຕັ້ງ, ລວບລວມຄຳເຫັນຂອງຜູ້ມີສິດເລືອກຕັ້ງທີ່ຝາກເຖິງສະພາແຫ່ງຊາດ, ບັນດາອົງການສູນກາງ. ພວກຂ້າພະເຈົ້າໄດ້ເປັນເຈົ້າການເຮັດວຽກກັບບັນດາອົງການ, ຫົວໜ່ວຍ, ຈາກນັ້ນ, ປະກອບຄຳເຫັນເຂົ້າໃນກອງປະຊຸມ”.

        ທ່ານນາງ ຮວາງທິແທັງຖຸຍ, ຮອງຫົວໜ້າຄະນະສະເພາະກິດ ຄະນະສະມາຊິກສະພາແຫ່ງຊາດແຂວງ ໄຕນິງ, ສະແດງຄວາມເຫັນວ່າ:

        “ພວກຂ້າພະເຈົ້າຕັ້ງຄວາມຫວັງເຂົ້າໃນກອງປະຊຸມນີ້ - ເຊິ່ງແມ່ນສະໄໝປະຊຸມທຳອິດພາຍຫຼັງໂລຫລະບາດ, ສະພາບການໄດ້ເປັນປົກກະຕິແລ້ວ ພວກເຮົາມີເວລາຫຼາຍກວ່າເພື່ອສຸມໃສ່ປຶກສາຫາລື, ປະກອບຄຳເຫັນໃສ່ເນື້ອໃນສຳຄັນ. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າກໍ່ມີເວລາຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງກວ່າໃສ່ບັນດາເນື້ອໃນທີ່ສະໄໝປະຊຸມໃນຄັ້ງນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ