ຕີລາຄາໄລຍະ 5 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ

(VOVWORLD) -ຄຳເຫັນຂອງບັນດາຜູ້ແທນຈະໄດ້ລວບລວມເພື່ອໃຫ້ສານປະຊາຊົນສູງສຸດຊັ່ງຊາ, ສະເໜີຕໍ່ບັນດາອົງການທີ່ມີສິດ ສືບຕໍ່ສ້າງກົງຈັກສານປະຊາຊົນສູງສຸດໃຫ້ສົມບູນແບບ ຕາມທິດກະທັດລັດ ແລະ ມີປະສິດທິຜົນ.

ຕີລາຄາໄລຍະ 5 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ - ảnh 1 ທ່ານນາງ Audrey Anne Rochelemagne

(ພາບ: vtv.vn)

ວັນທີ 14 ທັນວາ, ສານປະຊາຊົນສູງສຸດຫວຽດນາມ ໄດ້ສົມທົບກັບສະຫະພາບເອີລົບ (ອີຢູ) ແລະ ໂຄງການພັດທະນາສະຫະປະຊາຊາດ (UNDP) ຈັດກອງປະຊຸມຮັບເອົາຄຳເຫັນສຳລັບຮ່າງບົດລາຍງານຕີລາຄາໄລຍະ 5 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ.

        ຕາມທ່ານນາງ Audrey Anne Rochelemagne (ຄະນະຕາງໜ້າອີຢູ) ແລ້ວ, ເພື່ອຊ່ວຍໃຫ້ສານປະຊາຊົນສູງສຸດມີບົດລາຍງານຕີລາຄາຢ່າງຄົບຖ້ວນ, ພາວະວິໄສ ແລະ ຮອບດ້ານ, ໂຄງການເພີ່ມທະວີກົດໝາຍ ແລະ ຍຸຕິທຳຢູ່ຫວຽດນາມ ໄດ້ໜູນຊ່ວຍການຄົ້ນຄວ້າບັນດາຂໍ້ກຳນົດພວມປະກາດໃຊ້ຂອງກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ ແລະ ບັນດາເອກະສານກຳນົດລະອຽດ ແລະ ແນະນຳການປະຕິບັດ; ຕີລາຄາສະພາບຕົວຈິງໃນການນຳໃຊ້ບັນດາຂໍ້ກຳນົດຂອງກົດໝາຍໃນໄລຍະແຕ່ປີ 2015 ມາຮອດປະຈຸບັນ; ຍົກອອກບັນດາຂໍ້ສະເໜີແນະກ່ຽວກັບການຜັນຂະຫຍາຍການປະຕິບັດກົດໝາຍໃຫ້ສືບຕໍ່ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.

        ຄຳເຫັນຂອງບັນດາຜູ້ແທນຈະໄດ້ລວບລວມເພື່ອໃຫ້ສານປະຊາຊົນສູງສຸດຊັ່ງຊາ, ສະເໜີຕໍ່ບັນດາອົງການທີ່ມີສິດ ສືບຕໍ່ສ້າງກົງຈັກສານປະຊາຊົນສູງສຸດໃຫ້ສົມບູນແບບ ຕາມທິດກະທັດລັດ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ