ຕວັກ​ກີ ຕົກ​ລົງ​ເຫັນ​ດີ​ໃຫ້ ແຟງ​ລັງ​ ເຂົ້າ​ຮ່ວມ NATO ຢ່າງ​ເປັນ​ທາງ​ການ

(VOVWORLD) -ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ໄດ້ຢັ້ງຢືນວ່າ ສະພາແຫ່ງຊາດປະເທດນີ້ ໄດ້ໃຫ້ສັດຕະຍາບັນຕໍ່ເລື່ອງ ແຟງລັງ ເຂົ້າຮ່ວມອົງການສົນທິສັນຍາອັດລັງຕິກເໜືອ (NATO).
ຕວັກ​ກີ ຕົກ​ລົງ​ເຫັນ​ດີ​ໃຫ້ ແຟງ​ລັງ​ ເຂົ້າ​ຮ່ວມ NATO ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານາທິບໍດີ Recep Tayyip Erdogan (ພາບ: Anadolu Agency)

ລັດຖະດຳລັດຊອງທ່ານປະທານາທິບໍດີ ຊີ້ແຈ້ງວ່າ ຕວັກກີ ຕົກລົງໃຫ້ສັດຕະຍາບັນຕໍ່ອະນຸສັນຍາສະບັບອອກວັນທີ 05 ກໍລະກົດ 2022  ວ່າດ້ວຍເລື່ອງ ແຟງລັງເຂົ້າຮ່ວມ NATO. ວັນທີ 30 ມີນາ, ສະພາແຫ່ງຊາດ ຕວັກກີ ໄດ້ສະໜັບສະໜູນແຟງລັງເຂົ້າຮ່ວມອົງການດັ່ງກ່າວ. ການຢັ້ງຢືນຂອງທ່ານປະທານາທິບໍດີ Recep Tayyip Erdogan ແມ່ນຂັ້ນຕອນສຸດທ້າຍໃນວິວັດການ Ankara ໃຫ້ສັດຕະຍາບັນ ແຟງລັງເຂົ້າຮ່ວມ NATO.

        ເປັນອັນວ່າ, ທຸກປະເທດສະມາຊິກ NATO ລ້ວນແຕ່ສຳເລັດການໃຫ້ສັດຕະຍາບັນ ແຟງລັງ ເຂົ້າຮ່ວມ ກຸ່ມນີ້. ລັດຖະມົນຕີການຕ່າງປະເທດ ບັນດາປະເທດສະມາຊິກ NATO ຈະໂຮມປະຊຸມຢູ່ສຳນັກງານຕັ້ງຢູ່ ບຣຸກແຊັນ, ປະເທດແບນຊິກ ໃນອາທິດໜ້າ ເພື່ອປະຕິບັດສຳເລັດວິວັດທະນາການຮັບ ແຟງລັງ ເຂົ້າເປັນສະມາຊິກ./.

 

ຕອບກັບ

ຂ່າວ/ບົດ​ອື່ນ