ຕອບສະໜອງວັນແລ່ນ ແລະ ລານ Olympic ເພື່ອສຸຂະພາບຂອງທົ່ວປວງຊົນຫວຽດນາມ

(VOVWORLD) -ມີຜູ້ແທນ ແລະ ປະຊາຊົນທຸກຊັ້ນວັນນະປະມານ 3.500 ຄົນ ຢູ່ນະຄອນຫຼວງ ໄດ້ເຂົ້າຮ່ວມການແລ່ນຢູ່ອ້ອມໜອງ ຮ່ວານກຽມ.
ຕອບສະໜອງວັນແລ່ນ ແລະ ລານ Olympic ເພື່ອສຸຂະພາບຂອງທົ່ວປວງຊົນຫວຽດນາມ - ảnh 1ງານແຂ່ງຂັນກິລາແລ່ນ ແລະ ລານ ໜັງສືພິມຮ່າໂນ້ຍ ເປີດກວ້າງຄັ້ງທີ 48
(ພາບ: hanoimoi.com.vn)

ເພື່ອຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 77 ປີແຫ່ງວັນກິລາ ຫວຽດນາມ (27 ມີນາ 1946 – 27 ມີນາ 2023), ວັນທີ 26 ມີນາ, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ຈັດວັນບຸນແລ່ນແລະລານ Olympic ເພື່ອສຸຂະພາບຂອງທົ່ວປວງຊົນ.

ຕອນເຊົ້າວັນທີ 26 ມີນາ, ຄະນະກຳມະການປະຊາຊົນ ຮ່າໂນ້ຍ ໄດ້ຈັດວັນບຸນແລ່ນແລະລານ Olympic ເພື່ອສຸຂະພາບຂອງທົ່ວປະວງຊົນ ແລະ ປຸກລະດົມງານແຂ່ງຂັນກິລາແລ່ນ ແລະ ລານ ໜັງສືພິມຮ່າໂນ້ຍ ເປີດກວ້າງຄັ້ງທີ 48 ເພື່ອສັນຕິພາບ. ມີຜູ້ແທນ ແລະ ປະຊາຊົນທຸກຊັ້ນວັນນະປະມານ 3.500 ຄົນ ຢູ່ນະຄອນຫຼວງ ໄດ້ເຂົ້າຮ່ວມການແລ່ນຢູ່ອ້ອມໜອງ ຮ່ວານກຽມ.

ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານຄະນະກຳມະການປະຊາຊົນ ຟານວັນມ້າຍ, ທ່ານຫົວໜ້າກົມໃຫຍ່ກິລາກາຍຍະກຳ ດັ້ງຮ່າຫວຽດ ໄດ້ເຂົ້າຮ່ວມການແລ່ນພ້ອມກັບ 5.000 ຄົນ ເຊິ່ງແມ່ນບັນດານັກສິລະປິນ, ນັກປະພັນວັນນະຄະດີ, ນັກກິລາດີເດັ່ນ, ຜູ້ຕາງໜ້າຂອງບາງພະແນກ, ຂະແໜງການ, ກຳລັງປະກອບອາວຸດ, ສະມາຊິກຊາວໜຸ່ມ, ນັກສຶກສາ…

ແລະກໍ່ໃນຕອນເຊົ້າວັນດຽວກັນ, ວັນບຸນແລ່ນ ແລະ ລານດັ່ງກ່າວກໍ່ຖືກຈັດຂຶ້ນພ້ອມດຽວກັນຂອງຫຼາຍທ້ອງຖິ່ນອື່ນ, ໄດ້ດຶງດູດຜູ້ເຂົ້າຮ່ວມນັບພັນຄົນ.

ວັນບຸນແລ່ນ ແລະ ລານ Olympic ເພື່ອສຸຂະພາບຂອງທົ່ວປວງຊົນ ແມ່ນເຫດການປະຈຳປີ ເພື່ອຍູ້ແຮງການໂຄສະນາກ່ຽວກັບຜົນປະໂຫຍດຂອງການຝຶກແອບກິລາ, ອອກກຳລັງກາຍ; ລະດົມປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມການຝຶກແອບກິລາ, ກາຍຍະກຳ.

ຕອບກັບ

ຂ່າວ/ບົດ​ອື່ນ