ຕອບ​ສະ​ໜອງສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທ​ຳ, ຖືກ​ຕ້ອງ​ຕາມ​ກົ​ດ​ໝາຍ ໃຫ້​ເປັນ​ຢ່າງ​ດີກວ່າ ເພື່ອ​ໃຫ້​ຄົນ​ພິ​ການເຊື່​ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ

(VOVWORLD) - ໃນໄລຍະຜ່ານມາ, ບັນດາອົງການສຳນັກງານແຫ່ງລັດ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍເຫຼືອຄົນພິການໃນການເບິ່ງແຍງການດຳລົງຊີວິດຂອງຄົນພິການ, ສ້າງກາລະໂອກາດສະເໝີພາບ ເພື່ອແນໃສ່ຕອບສະໜອງສິດຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍໄດ້ເປັນຢ່າງດີກວ່າ.
ຕອບ​ສະ​ໜອງສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທ​ຳ, ຖືກ​ຕ້ອງ​ຕາມ​ກົ​ດ​ໝາຍ ໃຫ້​ເປັນ​ຢ່າງ​ດີກວ່າ ເພື່ອ​ໃຫ້​ຄົນ​ພິ​ການເຊື່​ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ - ảnh 1ກອງປະຊຸມສຳມະນາວິທະຍາສາດແຫ່ງຊາດດ້ວຍຫົວຂໍ້ “ວຽກງານສັງຄົມສຳລັບຄົນພິການ” (ພາບ: nhandan.com.vn)

ວັນທີ 2 ທັນວາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ຄະນະເສດຖະກິດສູນກາງ, ບັນດາອົງການຈັດຕັ້ງພັກຂັ້ນສູງກາງ ສົມທົບກັນຈັດຕັ້ງກອງປະຊຸມສຳມະນາວິທະຍາສາດແຫ່ງຊາດດ້ວຍຫົວຂໍ້ “ວຽກງານສັງຄົມສຳລັບຄົນພິການ”. ຕາມການສະຖິຕິແລ້ວ, ປັດຈຸບັນ, ຢູ່ ຫວຽດນາມ ມີຄົນພິການປະມານ 6,2 ລ້ານ ຄົນ, ໃນນັ້ນ ມີ 58% ແມ່ນເພດຍິງ ແລະ 30% ແມ່ນເດັກນ້ອຍ.

        ກ່າວຄໍາເຫັນໄຂກອງປະຊຸມສຳມະນາ, ທ່ານ ກາວດຶກຟາດ ຮອງຫົວໜ້າຄະນະປະຈຳການຄະນະເສດຖະກິດສູນກາງ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ບັນດາອົງການສຳນັກງານແຫ່ງລັດ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍເຫຼືອຄົນພິການໃນການເບິ່ງແຍງການດຳລົງຊີວິດຂອງຄົນພິການ, ສ້າງກາລະໂອກາດສະເໝີພາບ ເພື່ອແນໃສ່ຕອບສະໜອງສິດຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍໄດ້ເປັນຢ່າງດີກວ່າ, ລະດົມກຳລັງໃຈ ເພື່ອໃຫ້ຄົນພິການເສີມຂະຫຍາຍກຳລັງຄວາມສາມາດຂອງຕົນ, ເຊື່ອມຕົວເຂົ້າກັບສັງຄົມ ແລະ ປະກອບສ່ວນແກ່ສັງຄົມ. ການລະດົມທຸກແຫຼ່ງກຳລັງສັງຄົມ ໄດ້ຊ່ວຍໃຫ້ຄົນພິການມີຄວາມເຊື່ອໝັ້ນຕົນເອງ ແລະ ສ້າງການດຳລົງຊີວິດດ້ວຍຕົນເອງ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນກ່ຽວກັບຮູບແບບວຽກງານສັງຄົມ, ຮັບປະກັນສະຫວັດດີການສັງຄົມ, ສ້າງວຽກເຮັດງານທຳໃຫ້ຄົນພິການ ແລະ ເລີ່ມຕົ້ນທຸລະກິດຢ່າງມີຫົວຄິດປະດິດສ້າງ; ສະເໜີບັນດາມາດຕະການບຸກທະລຸ ແນໃສ່ປ່ຽນໃໝ່ຈິນຕະນາການ, ສະຕິຄວາມຮັບຮູ້, ເປັນເຈົ້າການໃນການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍສຳລັບຄົນພິການໄດ້ຢ່າງມີປະສິດທິຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ