ຕະຫຼ​າດ EU ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແຕ່ກໍ່​ພວ​ມ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ​ຍ້ອນ​ໂລກ​ລະ​ບາດ Covid – 19

(VOVWORLD) -ຕອນບ່າຍວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ສົມທົບກັບສູນກຳມະການຕັດສິນການແກ້ງແຍ້ງສາກົນປະຈຳ ຫວຽດນາມຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ: “ການຄ້າສາກົນຕາມສັນຍາການຄ້າເສລີ ສະຫະພາບເອີລົບ - ຫວຽດນາມໃນໂລກລະບາດ Covid – 19: ຊອກຫາກາລະໂອກາດໃນສະພາບທີ່ມີ ຄວາມຫຍຸ້ງຍາກ”.
ຕະຫຼ​າດ EU ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແຕ່ກໍ່​ພວ​ມ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ​ຍ້ອນ​ໂລກ​ລະ​ບາດ Covid – 19 - ảnh 1ພາບປະກອບ 

ຕາມທ່ານ ໂງຄັກເລ້, ນັກວິຊາການດ້ານນິຕິກຳສະຫະສະມາຄົມ Logistics  ຫວຽດນາມແລ້ວ, ເມື່ອສຳຜັດກັບຕະຫຼາດໃຫຍ່ຄື EU, ບັນດາວິສາຫະກິດຕ້ອງມີການກະກຽມດ້ານນິຕິກຳໃຫ້ເປັນຢ່າງດີ ເພື່ອຍາດແຍ່ງໄດ້ບັນດາກາລະໂອກາດເມື່ອເຂົ້າຮ່ວມບັນດາຕະຫຼາດໃຫຍ່. ທ່ານໃຫ້ຮູ້ວ່າ:

        ພວກເຮົາຕ້ອງເພີ່ມທະວີການນຳໃຊ້ບັນດາການບໍລິການດ້ານນິຕິກຳ, ຈັດຕັ້ງບັນດາກອງປະຊຸມແນະນຳກ່ຽວກັບສັນຍາ, ແນະນຳບັນດາຂໍ້ກຳນົດຂອງແຕ່ລະປະເທດ… ຄ່າໃຊ້ຈ່າຍຂອງວິສາຫະກິດຈະບໍ່ຫຼາຍປານໃດ. ອີກອັນໜຶ່ງແມ່ນບັນດາວິສາຫະກິດເມື່ອປະສົບກັບບັນຫາໃດນັ້ນ ຄວນແຈ້ງໃຫ້ກັນຊາບ, ດັ່ງນັ້ນວິສາຫະກິດແຫ່ງອື່ນໆຈະບໍ່ປະສົບກັບບັນຫາທີ່ຄ້າຍຄືກັນ.

ຕອບກັບ

ຂ່າວ/ບົດ​ອື່ນ