ຕາລີບານ ສະເຫນີ ບັນດາບໍລິສັດການບິນເຊື່ອມຕໍ່ສາຍການບິນສາກົນຄືນໃຫມ່

(VOVWORLD) -ຖະແຫລງການດັ່ງກ່າວໄດ້ຍົກອອກມາ ໃນສະພາບອຳນາດການປົກຄອງ ຕາລີບານ ພວມຍູ້ໄວບັນດາຄວາມມານະພະຍາຍາມເປີດປະຕູປະເທດຊາດ 
ຕາລີບານ ສະເຫນີ ບັນດາບໍລິສັດການບິນເຊື່ອມຕໍ່ສາຍການບິນສາກົນຄືນໃຫມ່ - ảnh 1 ເຮືອບິນຂອງບໍລິສັດການບິນ ປາກິສະຖານ International Airlines ກຽມລົງຈອດສະຫນາມບິນສາກົນ ຢູ່ Kabul. (ພາບ:AFP/TTXVN)

  ວັນທີ 6 ກັນຍາ ລັດຖະບານຊົ່ວຄາວຂອງ ຕາລີບານ ຢູ່ ອາບການິສະຖານ ໄດ້ຮຽກຮ້ອງເຊື່ອມຕໍ່ບັນດາສາຍການບິນສາກົນ ແລະ ຢືນຢັນວ່າ ທຸກບັນຫາຢູ່ ສະຫນາມບິນສາກົນ Hamid Karzai  ຢູ່ ນະຄອນຫລວງ Kabul ລ້ວນແຕ່ໄດ້ຮັບການແກ້ໄຂແລ້ວ. ຕາລີບານ ຍັງໃຫ້ຄຳໝັ້ນສັນຍາຈະຮ່ວມມືຢ່າງຄົບຖ້ວນກັບບັນດາສາຍການບິນ.

ຖະແຫລງການດັ່ງກ່າວໄດ້ຍົກອອກມາ ໃນສະພາບອຳນາດການປົກຄອງ ຕາລີບານ ພວມຍູ້ໄວບັນດາຄວາມມານະພະຍາຍາມເປີດປະຕູປະເທດຊາດ ແລະ ຍາດແຍ່ງເອົາຄວາມຮັບຮູ້ຈາກສາກົນ. ມີບາງຖ້ຽວບິນປະຕິບັດການຊ່ວຍເຫລືອ ແລະ ຂົນສົ່ງຜູ້ໂດຍສານໄດ້ກັບຄືນສູ່ການເຄື່ອນໄຫວ ແຕ່ບາງການບໍລິການຂົນສົ່ງການຄ້າຍັງບໍ່ທັນໄດ້ເຊື່ອມຕໍ່ຄືນໃຫມ່ ນັບແຕ່ເມື່ອສະຫນາມບິນສາກົນ Hamid Karzai ຢູ່ Kabul ຕ້ອງປິດປະຕູຍ້ອນສະພາບການວຸ້ນວາຍໃນເວລາຊາວຕ່າງປະເທດ ແລະ ຊາວອາບການິສະຖານ ນັບໝື່ນໆຄົນ ເດີນທາງອອກຈາກ ອາບການິສະຖານ. ສະຫນາມບິນແຫ່ງນີ້ ຫລັງຈາກນັ້ນ ກໍ່ໄດ້ເປີດປະຕູຄືນໃຫມ່ ດ້ວຍການຫນູນຊ່ວຍຈາກບັນດາຄະນະນັກຊ່ຽວຊານດ້ານເຕັກນິກມາຈາກ ກາຕາ ແລະ ຕວກກີ.

ຕອບກັບ

ຂ່າວ/ບົດ​ອື່ນ