ຕຳຫລວດ ຝຣັ່ງ ດັບສູນຜູ້ຖືກສົງໄສທີ່ກ່ຽວຂ້ອງເຖິງເຫດຍິງປືນຢູ່ Strasbourg

(VOVWORLD) - ວັນທີ 13 ທັນວາ, 2 ແຫຼ່ງຂ່າວຈາກຕຳຫລວດ ຝຣັ່ງ ໃຫ້ຮູ້ວ່າ: ຜູ້ຖືກສົງໄສຕົ້ນຕໍໃນເຫດຍິງປືນຢູ່ຕະຫລາດ ຄຼິດສະມາດ ທີ່ນະຄອນ Strasbourg, ຝຣັ່ງ ໃນວັນທີ 11 ທັນວາ ເຊິ່ງເຮັດໃຫ້ 3 ຄົນເສຍຊີວິດ ຖືກຕຳຫລວດ ຝຣັ່ງ ຍິງດັບສູນ.

ຜູ້ຖືກສົງໄສຊື່ Cherif Chekatt ຖືກຍິງຕາຍຢູ່ເຂດ Neudorf/Meinau ຂຶ້ນກັບ Strasbourg ພາຍຫລັງຕຳຫລວດດຳເນີນການບຸກໂຈມຕີໃນເວລາປະມານ 21 ໂມງ ວັນທີ 13 ທັນວາ (ຕາມເວລາທ້ອງຖິ່ນ). ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບກ່ວາ 700 ຄົນໄດ້ຮັບການຜັນຂະຫຍາຍກວາດລ້າງຜູ້ຖືກສົງໄສນັບແຕ່ພາຍຫລັງເກີດເຫດບຸກໂຈມຕີທີ່ນອງເລືອດໃນຕອນຄ່ຳວັນທີ 11 ທັນວາ.

        ເຂດຕະຫລາດຄຼິດສະມາດຢູ່ Strasbourg ແມ່ນສະຖານທີ່ທ່ອງທ່ຽວລືຊື່, ດຶງດູດນັກທ່ອງທ່ຽວມາຢ້ຽມຊົມນັບແສນໆເທື່ອຄົນໃນແຕ່ລະປີ.

ຕອບກັບ

ຂ່າວ/ບົດ​ອື່ນ