ຖະຫວາຍທູບທຽນ ສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຕນດຶກທັງ

ຖະຫວາຍທູບທຽນ ສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຕນດຶກທັງ - ảnh 1

(ພາບ:tuoitre.vn)

(vovworld)-  ວັນ​ທີ 20/8, ຢູ່​​ເຂ​ດອະນຸສອນ​ສະຖານປະທານ ໂຕນດຶກທັງ ຢູ່ຕາ​ແສງ​ໝີ້ຮ່ວາ​ຮຶງ-ນະຄອນ​ລອງ​ຊວຽນ-​ແຂວງ​ອານ​ຢາງ, ການ​ນຳ​ຄະນະ​ພັກ, ຄະນະ​ກຳມະການ ປຊຊ, ສະພາ ປຊຊ, ຄະນະ​ຂົນຂວາຍ ປຊຊ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽກ​ນາມ ​ແຂວງ​ອານ​ຢາງ, ບັນດາ​ຄະນະຂະ​ແໜງ​ການ ​ແລະ ອົງການ​ຈັດຕັ້ງມະຫາຊົນ​ໃນ​ແຂວງ ​ໄດ້​ຈັດ​ພິທີ​ຖະ​ຫວາຍ​ດອກ​ໄມ້ ທູບ​ທຽນ​ ສະເຫຼີມ ສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານໂຕນດຶກທັງ (20/8/1888-20/8/2013) ຢ່າງ​ສົມ​ກຽດ. ກ່າ​ວຄຳ​ເຫັນ​ທີ່​ພິທີ, ທ່ານ​ເວື​ອງບິ່ງ​ແທ້ງ, ປະທານຄະນະ​ກຳມະການ ປຊຊ ແຂວງ​ອານ​ຢາງ ຢືນຢັນ​ວ່າ: ປະທານ​ໂຕນ​ດຶກ​ທັງ ​ແມ່ນ​ແບບຢ່າງ​ດີ​ເດັ່ນ​ຂອງ​ນັກຮົບ​ກອມ​ມູນິດ ຊື່​ງ​ໄດ້​ອຸດ​ທິດ​​ຕະຫຼອດ​ຊີວິດ​ໃຫ້​ແກ່​ພາລະກິດ​ປົດປ່ອນ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ນຳ​ມາ​ເຊິ່ງຄວາມ​ອີ່ມ​ໜຳ​ສຳລານ ​ແລະ ຄວາມຜາ​ສຸກ​ໃຫ້​ແກ່ ປຊຊ. ທ່ານປະທານ​ໂຕນ​ດຶກ​ທັງ ​ໄດ້​ອຸທິດ​​ກ່ວາ 60 ປີ​ໃຫ້​ແກ່​ການ​ປະຕິວັດ​ຫວຽດນາມ ​ແລະ ​ເຄີຍ​ຮັບ​ບັນດາ​ຕຳ​ແໜ່​ງສຳຄັນ. ​ໃນ​ໂອກາດ​ນີ້ ​ແຂວງ​ອານ​ຢາງ​ ຍັງຈັດ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ, ກິລາ, ງານ​ວາງສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ຊີວິດ ​ແລະ ພາລະກິດ​ຂອງປະທານ​ໂຕນ​ດຶກ​ທັງ.

 

 

 

ຂ່າວ/ບົດ​ອື່ນ