ຖະຫວາຍທູບທຽນ,ດອກໄມ້ປະທານໂຮ່ຈິມິນແລະປະທານຕົນດຶກທັ໋ງ

ຖະຫວາຍທູບທຽນ,ດອກໄມ້ປະທານໂຮ່ຈິມິນແລະປະທານຕົນດຶກທັ໋ງ - ảnh 1
(ພາບປະກອບ)

(vovworld) – ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ​ທີ 2 ກັນຍາ, ຕອນ​ເຊົ້າ​ວັນ​ທີ 31/08, ຄະນະ​ພັກ​ນະຄອນ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ຖະຫວາຍ​ທູບ​ທຽນ, ດອກ​ໄມ້​ປະທານ​ໂຮ່ຈິ​ມິນ ​ແລະ ປະທານ ຕົນ​ດຶກ​ທັ໋ງ ຢູ່​ຫໍພິພິດ​ຕະພັນ​ໂຮ່ຈິ​ມິນ - ສາ​ຂາ​ນະຄອນ​ໂຮ່ຈິ​ມິນ, ຫໍພິພິດ​ຕະພັນ​ຕົນ​ດຶກ​ທັ໋ງ ​ແລະ ສວນສາທາລະນະ​ອານຸສາ​ວະລີ​ປະທານ​ໂຮ່ຈິ​ມິນ. ​ເຂົ້າ​ຮ່ວມ​ພິທີມີ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ແລະ ຜູ້ຕາງໜ້າ​ກາ​ນນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ນະ​ຄອນ​ໂຮ່ຈິ​ມິ​ນ. ​ໃນ​ລະຫວ່າງ​ວັນ​ທີ 01 – 02/09, ຄະນະ​ຈັດ​ຕັ້ງ​ພິທີ​ສະ​ເຫ​ຼີມສະຫຼອງບັນດາ​ວັນ​ບຸນ​ໃຫຍ່​ນະຄອນ​​ໂຮ​່ຈິ​ມິນ ​ຈະຈັດ​ຕັ້ງ​ໃຫ້​ບັນດາ​ຫົວໜ່ວຍ, ທ່ອງ​ຖິ່ນ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ ມາ​ຖະຫວາຍ​ທູບ​ທຽນ, ດອກ​ໄມ້​ຢູ່​ຫໍພິພິດ​ຕະພັນ​ໂຮ່ຈິ​ມິນ - ສາ​ຂາ​ນະຄອນ​ໂຮ່ຈິ​ມິນ, ຫໍພິພິດ​ຕະພັນ​ຕົນ​ດຶກ​ທັ໋ງ ​ແລະ ສວນສາທາລະນະ​ອານຸສາ​ວະລີ​ປະທານ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ