ຖະແຫຼງການຮ່ວມລະຫວ່າງຫວຽດນາມ-ລາວ

(VOVWORLD) -2 ຝ່າຍໄດ້ “ອອກຖະແຫຼງການຮ່ວມລະຫວ່າງສສ.ຫວຽດນາມ ແລະ ສປປ.ລາວ ກ່ຽວກັບການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ໃນສະພາບການໃໝ່”.

ຖະແຫຼງການຮ່ວມລະຫວ່າງຫວຽດນາມ-ລາວ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

(ພາບ: TTXVN)

ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 01 – 03 ຕຸລາ ຂອງທ່ານນາຍົກລັດຖະມົນຕີສປປ.ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງສປປ.ລາວ. ວັນທີ 01 ຕຸລາ, 2 ຝ່າຍໄດ້ “ອອກຖະແຫຼງການຮ່ວມລະຫວ່າງສສ.ຫວຽດນາມ ແລະ ສປປ.ລາວ ກ່ຽວກັບການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ໃນສະພາບການໃໝ່”.

        ທີ່ບັນດາການພົບປະ, ການນຳຂັ້ນສູງ 2 ປະເທດຢືນຢັນວ່າ ຈະສືບຕໍ່ໜູນຊ່ວຍເຊິ່ງກັນ ແລະ ກັນບົນເສັ້ນທາງປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງແຕ່ລະປະເທດ, ນັບທັງໃນຂອບເຂດ 2 ຝ່າຍ ກໍຄືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ອີກຄັ້ງໜຶ່ງ 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນ, ສູ້ຊົນຍາມໃດກໍ່ແມ່ນບ່ອນອີງຢ່າງໝັ້ນຄົງໜັກແໜ້ນໃຫ້ແກ່ກັນ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ, ການປ້ອງກັນຊາດທີ່ນັບມື້ນັບມີຫຼາຍຮູບຫຼາຍແບບ, ສັບສົນ; ເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍບັນດາສົນທິສັນຍາ ແລະ ຂໍ້ຕົກລົງ 2 ຝ່າຍກ່ຽວກັບຊາຍແດນ, ຜືນແຜ່ນດິນໃຫ້ເປັນຢ່າງດີ. 2 ຝ່າຍເຫັນດີສືບຕໍ່ຊຸກຍູ້ ແລະ ຍົກສູງປະສິດທິຜົນການຮ່ວມມືທາງດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ - ເຕັກໂນໂລຊີ; ເອົາໃຈໃສ່ເຖິງການຈັດຕັ້ງປະຕິບັດ ແລະ ມີມາດຕະການຮັບປະກັນຄວາມຄືບໜ້າ ແລະ ມີຄຸນນະພາບຂອງບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ລາວ, ກໍຄືຂອງລາວ ຢູ່ຫວຽດນາມ.

        ຫວຽດນາມ ແລະ ລາວ ໄດ້ຢືນຢັນເຖິງຄວາມສຳຄັນຂອງເລື່ອງຜັນຂະຫຍາຍການເຊື່ອມຕໍ່ 2 ພື້ນຖານເສດຖະກິດ, ໂດຍສະເພາະແມ່ນການເຊື່ອມຕໍ່ກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ... ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືສຳຄັນຢ່າງມີປະສິດທິຜົນ, ເຊືຶ່ອມຕໍ່ສາຍລົດເມ ຫວຽດນາມ - ລາວ - ໄທ. 2 ຝ່າຍໄດ້ເຫັນດີສົມທົບກັນຊຸກຍູ້ການຮ່ວມມືໃນເຂດ 3 ຫຼ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ ແລະ ຜັນຂະຫຍາຍແຜນການດຳເນີນງານເຊື່ອມຕໍ່ 3 ພື້ນຖານເສດຖະກິດກຳປູເຈຍ - ລາວ - ຫວຽດນາມ ຮອດປີ 2030 ຢ່າງມີປະສິດທິຜົນ.

        2 ຝ່າຍໄດ້ເຫັນດີນຳກັນສືບຕໍ່ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານການສຶກສາ, ບຳລຸງສ້າງ; ພັດທະນາແຫຼ່ງຊັບພະຍາກອນມະນຸດ; ເພີ່ມທະວີການເຊື່ອມຕໍ່ບັນດາຜະລິດຕະພັນທ່ອງທ່ຽວ; ແບ່ງປັນຂໍ້ມູນຂ່າວສານຢ່າງທັນການ ແລະ ສົມທົບກັນຢ່າງແໜ້ນແຟ້ນ ແລະ ກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນທີ່ມີສ່ວນກ່ຽວຂ້ອງ ເພື່ອຮັບປະກັນການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນ້ຳໃນແມ່ນ້ຳຂອງແບບຍືນຍົງ; ດຳເນີນການເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ສຳເລັດໃນປີ 2019…

        2 ຝ່າຍໄດ້ຢືນຢັນເຖິງຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ເຄົາລົບກົດໝາຍ, ຄວາມໝັ້ນຄົງ, ຮັບປະກັນຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). 2 ຝ່າຍໄດ້ຢືນຢັນຄືນໃໝ່ບັນດາຫຼັກໝັ້ນ ແລະ ຫຼັກການຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ ເຊິ່ງໄດ້ຍົກອອກໃນບັນດາຖະແຫຼງການຮ່ວມຫວ່າງມໍ່ໆມານີ້ຂອງອາຊຽນ, ໂດຍສະເພາະແມ່ນຖະແຫຼງການຂອງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM 52) ຢູ່ບາງກອກ ໃນເດືອນ ກໍລະກົດ 2019.

ຕອບກັບ

ຂ່າວ/ບົດ​ອື່ນ