ຖ້ຽວ​ບິນ​ໂດຍ​ກົງທຳ​ອິດສົ່ງ​ພົນ​ລະ​ເມືອງ​ຫວ​ດຽນາມ ຈາກ ອາ​ເມ​ລິ​ກາ ກັບ​ເມືອ​ປະ​ເທດ​ໃນ​ປີ 2021

(VOVWORLD) -ຖ້ຽວບິນມີໝາຍເລກ VN5 ດ້ວຍເຮືອບິນ Boeing 787-9 Dreamliner ໃນການເດີນທາງຈາກ ຮ່າໂນ້ຍ ໄປ Washington D.C ຜ່ານ  Anchorage ລັດ Alaska, ປະເທດ ອາເມລິກາ ແລ້ວກັບເມືອຫວຽດນາມ.
ຖ້ຽວ​ບິນ​ໂດຍ​ກົງທຳ​ອິດສົ່ງ​ພົນ​ລະ​ເມືອງ​ຫວ​ດຽນາມ ຈາກ ອາ​ເມ​ລິ​ກາ ກັບ​ເມືອ​ປະ​ເທດ​ໃນ​ປີ 2021 - ảnh 1

 ສະມາຊິກຈຸບິນທັງໝົດໃນຖ້ຽວບິນໂດຍກົງທຳອິດຈາກ ອາເມລິກາ  ໄປ ຫວຽດນາມ ໃນເດືອນ 6/2021 ໝາຍເລກ  VN 5 (ພາບ: VNA)

    ດ້ວຍການຊີ້ນຳຂອງກະຊວງການຕ່າງປະເທດຫວຽດນາມ, ການສົມທົບລະຫວ່າງສະຖານທູດຫວຽດນາມ ປະຈຳ ອາເມລິກາ ແລະ ບັນດາອົງການທີ່ມີສ່ວນກ່ຽວຂ້ອງຢູ່ພາຍໃນ ແລະ ຕ່າງປະເທດ, ບໍລິສັດການບິນຫວຽດນາມ (Vietnam Airlines) ຫາກໍ່ປະຕິບັດສຳເລັດຖ້ຽວບິນໂດຍກົງທຳອິດໄປຍັງ ອາເມລິກາ ໃນປີ 2021 ເພື່ອຮັບພົນລະເມືອງ ຫວຽດນາມ 240 ຄົນກັບເມືອປະເທດ. ຖ້ຽວບິນດັ່ງກ່າວມີໝາຍເລກ VN5 ດ້ວຍເຮືອບິນ Boeing 787-9 Dreamliner ໃນການເດີນທາງຈາກ ຮ່າໂນ້ຍ ໄປ Washington D.C ຜ່ານ  Anchorage ລັດ Alaska, ປະເທດ ອາເມລິກາ ແລ້ວກັບເມືອຫວຽດນາມ. ໃນສະພາບໂລກລະບາດໂຄວິດ 19 ຍັງສັບສົນນັ້ນ, ບໍລະສັດການບິນຫວຽດນາມ ໄດ້ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດລະດັບ 4 ຊື່ງແມ່ນລະດັບສູງສຸດໃນລະບົບມາດຖານຄວາມປອດໄພໂຄວິດຂອງ Vietnam Airlines ເພື່ອຈຳກັດຄວາມສ່ຽງຕິດແປດໃນຖ້ຽວບິນຢູ່ໃນລະດັບຕ່ຳສຸດ. ນີ້ແມ່ນ 1 ໃນ 12 ຖ້ຽວບິນທີ່ Vietnam Airlines ໄດ້ຮັບໜັງສືອະນຸຍາດເມື່ອຕົ້ນເດືອນມິຖຸນາ ເພື່ອສົ່ງພົນລະເມືອງ ຫວຽດນາມ ຈາກ ອາມເລິກາ ກັບເມືອປະເທດໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ