ທຸກການກະທຳລະເມີດອະທິປະໄຕຂອງ ຫວຽດນາມ ຢູ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນບໍ່ມີຄຸນຄ່າ

(VOVWORLD) - ຫວຽດນາມ ໄດ້ປະຕິເສດເປັນຫຼາຍຄັ້ງແລ້ວ ກ່ຽວກັບອັນທີ່ເອີ້ນວ່າເສັ້ນ 9 ຕອນ ກໍຄືບັນດາຄຳຮຽກທວງສິດທາງທະເລທີ່ຜິດກົດໝາຍສາກົນ, ພິເສດແມ່ນ UNCLOS 1982.
ທຸກການກະທຳລະເມີດອະທິປະໄຕຂອງ ຫວຽດນາມ ຢູ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນບໍ່ມີຄຸນຄ່າ - ảnh 1ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ
(ພາບ: ກະຊວງການຕ່າງປະເທດ)

ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ດຳເນີນໃນຕອນບ່າຍວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ຮຽກຮ້ອງໃຫ້ທຸກປະເທດ, ບັນດາອົງການຈັດຕັ້ງສາກົນເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ກໍຄືເຂດທະເລທີ່ກ່ຽວຂ້ອງທີ່ໄດ້ກຳນົດຕາມສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

        ສະແດງຄວາມຄິດເຫັນຕໍ່ໜ້າເວັບໄຊຂອງອົງການພະຍາກອນອຸຕຸນິຍົມໂລກ ທີ່ນຳໃຊ້ແຜນທີ່ຂອງ ຈີນ ມີເສັ້ນ 9 ຕອນ (ລີ້ນງົວ), ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ:

        “ຫວຽດນາມ ໄດ້ປະຕິເສດເປັນຫຼາຍຄັ້ງແລ້ວ ກ່ຽວກັບອັນທີ່ເອີ້ນວ່າເສັ້ນ 9 ຕອນ ກໍຄືບັນດາຄຳຮຽກທວງສິດທາງທະເລທີ່ຜິດກົດໝາຍສາກົນ, ພິເສດແມ່ນ UNCLOS 1982. ຫວຽດນາມ ຖືວ່າທຸກຮູບແບບໂຄສະນາ ແລະ ລົງພາບ, ເນືອໃນລະເມີດອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ກໍຄືສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ສຳລັບບັນດາເຂດທະເລທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກ ທີ່ໄດ້ກຳນົດສອດຄ່ອງກັບ UNCLOS 1982 ບໍ່ມີຄຸນຄ່າ. ຫວຽດນາມ ຮຽກຮ້ອງໃຫ້ທຸກປະເທດ, ອົງການຈັດຕັ້ງເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ກໍຄືບັນດາເຂດທະເລທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກ, ລົບລ້າງ ແລະ ດັດປັບເນື້ອໃນທີ່ບໍ່ສອດຄ່ອງນັ້ນ. ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ກໍໄດ້ແລກປ່ຽນກັບອົງການ ພະຍາກອນອຸຕຸນິຍົມໂລກກ່ຽວກັບບັນຫາດັ່ງກ່າວ”.

ຕອບກັບ

ຂ່າວ/ບົດ​ອື່ນ