ທຸກການເຄື່ອນໄຫວເສດຖະກິດທະເລຂອງ ຫວຽດນາມ ລ້ວນແຕ່ໄດ້ຮັບການຜັນຂະຫຍາຍໃນເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ

(VOVWORLD) -  ວັນທີ 12 ກັນຍາ, ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະໜອງຂໍ້ມູນຂ່າວສານໃຫ້ບັນດາອົງການສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບກຸ່ມກ່ຳປັ່ນ ໄຮຢາງ 08 ຂອງ ຈີນ ທີ່ເຄື່ອນໄຫວຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ, 
ທຸກການເຄື່ອນໄຫວເສດຖະກິດທະເລຂອງ ຫວຽດນາມ ລ້ວນແຕ່ໄດ້ຮັບການຜັນຂະຫຍາຍໃນເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ - ảnh 1  ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ເດັດຂາດຄັດຄ້ານເລື່ອງກຸ່ມກ່ຳປັ່ນສຳຫລວດດິນສັ່ນສະເທືອນນີ້ຂອງ ຈີນ ສືບຕໍ່ມີບັນດາການເຄື່ອນໄຫວລະເມີດສິດອຳນາດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ເຂດທະເລຂອງ ຫວຽດນາມ ຢ່າງຮ້າຍແຮງ, ເຊິ່ງໄດ້ກຳນົດຢ່າງເໝາະສົມກັບບັນດາຂໍ້ກຳນົດຂອງສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດປີ 1982 (UNCLOS 1982). ຫວຽດນາມ ກໍ່ຍົກອອກທັດສະນະກ່ຽວກັບບັນດາຜົນສະທ້ອນຫຍໍ້ທໍ້ ຍ້ອນບັນດາການເຄື່ອນໄຫວລະເມີດຂອງກຸ່ມກ່ຳປັ່ນ ໄຮຢາງ 08 ຕໍ່ການພົວພັນມິດຕະພາບລະຫວ່າງ 2 ປະເທດ, ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ທະເລຕາເວັນອອກ ກໍ່ຄືຢູ່ພາກພື້ນ. ທ່ານນາງ ເລທິທູຮັ່ງ ກ່າວວ່າ:

        “ຫວຽດນາມ ຮຽກຮ້ອງໃຫ້ ຈີນ ຢຸດຕິການລະເມີດຢ່າງຮ້າຍແຮງນີ້ໃນທັນທີ ແລະ ຖອນກຸ່ມກ່ຳປັ່ນດັ່ງກ່າວອອກຈາກເຂດທະເລຂອງ ຫວຽດນາມ ທັງໝົດ. ກ່ຽວກັບການຖະແຫຼງໃນໄລຍະມໍ່ໆມານີ້ຂອງຝ່າຍ ຈີນ ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວເສດຖະກິດຂອງ ຫວຽດນາມ ຢູ່ເຂດທະເລຂອງຕົນ, ຫວຽດນາມ ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍ ແມ່ນທຸກການເຄື່ອນໄຫວເສດຖະກິດທະເລຂອງ ຫວຽດນາມ, ໃນນັ້ນ ມີການເຄື່ອນໄຫວນ້ຳມັນອາຍແກັດ ລ້ວນແຕ່ໄດ້ຮັບການຜັນຂະຫຍາຍຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ ເຊິ່ງໄດ້ກຳນົດຈາກເຂດນ້ຳແດນດິນ ຖືກຕ້ອງຕາມຂໍ້ກຳນົດຂອງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ເຊິ່ງທັງຫວຽດນາມ ແລະ ຈີນ ລ້ວນແຕ່ເປັນສະມາຊິກ.

        ເມື່ອຕອບຄຳຖາມໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ກ່ຽວກັບຂໍ້ມູນຂ່າວສານຂອງຄະນະກຳມະການປົກປ້ອງນັກຂ່າວສາກົນ ຫາກໍ່ມີບົດລາຍງານທີ່ເວົ້າທີ່ ຫວຽດນາມ ນອນໃນ top 10 ປະເທດມີການກວດກາສື່ມວນຊົນຫລາຍທີ່ສຸດ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢືນຢັນວ່າ: ຫວຽດນາມ ປະຕິເສດບັນດາເນື້ອໃນທີ່ຜິດພາດຕໍ່ຄວາມເປັນຈິງ ຊຶ່ງອີງໃສ່ບັນດາຂໍ້ມູນຂ່າວສານບໍ່ຊັດເຈນ, ຂາດລັກສະນະພາວະວິໄສກ່ຽວກັບສະພາບການ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ