ທູດພິເສດດ້ານນິວເຄຼຍ ສ.ເກົາຫຼີ, ອາເມລິກາ, ຍີ່ປຸ່ນ ແລກປ່ຽນກ່ຽວກັບແຜນການຍິງດາວທຽມຂອງ ສປປ.ເກົາຫຼີ

(VOVWORLD) - ບັນດາທູດພິເສດຂອງ 3 ປະເທດໄດ້ກະຕຸກຊຸກຍູ້ໃຫ້ ສປປ.ເກົາຫຼີ ບໍ່ດຳເນີນເຫດຍິງດັ່ງກ່າວ
ທູດພິເສດດ້ານນິວເຄຼຍ ສ.ເກົາຫຼີ, ອາເມລິກາ, ຍີ່ປຸ່ນ ແລກປ່ຽນກ່ຽວກັບແຜນການຍິງດາວທຽມຂອງ ສປປ.ເກົາຫຼີ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 29 ພຶດສະພາ, ບັນດາທູດພິເສດນິວເຄຼຍຂອງ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ໄດ້ດຳເນີນກອງປະຊຸມຜ່ານໂທລະສັບ ເພື່ອແລກປ່ຽນກ່ຽວກັບແຜນການຍິງດາວທຽມຂອງ ສປປ.ເກົາຫຼີ. ທ່ານ Kim Gunn, ນັກເຈລະຈານິວເຄຼຍແຖວໜ້າຂອງ ສ.ເກົາຫຼີ, ພ້ອມກັບຄູ່ຮ່ວມຕຳແໜ່ງທ່ານ Sung Kim (ອາເມລິກາ) ແລະ ທ່ານ Takehiro Funakoshi (ຍີ່ປຸ່ນ), ໄດ້ດຳເນີນກອງປະຊຸມ ພາຍຫຼັງສຳນັກຂ່າວສານ Kyodo (ຍີ່ປຸ່ນ) ໃຫ້ຂ່າວວ່າ ສປປ.ເກົາຫຼີ ໄດ້ແຈ້ງໃຫ້ບັນດາເຈົ້າໜ້າທີ່ ຍີ່ປຸ່ນ ຊາບກ່ຽວກັບແຜນການຍິງດາວທຽມຂອງ ພຽງຢາງ ໃນຈຸດເວລາແຕ່ວັນທີ 31 ພຶດສະພາ ຫາວັນທີ 11 ມິຖຸນາ ຈະມາເຖິງ.

        ໃນແຈ້ງການສື່ມວນຊົນ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ, ບັນດາທູດພິເສດຂອງ 3 ປະເທດໄດ້ກະຕຸກຊຸກຍູ້ໃຫ້ ສປປ.ເກົາຫຼີ ບໍ່ດຳເນີນເຫດຍິງດັ່ງກ່າວ, ພ້ອມທັງເຫັນດີນຳກັນວ່າ 2 ປະເທດຈະຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນວ່າຈະມີປະຕິກິລິຍາ “ເປັນໜຶ່ງດຽວ, ເຄັ່ງຄັດ” ຈາກປະຊາຄົມສາກົນ ຖ້າຫາກວ່າ ສປປ.ເກົາຫຼີ ດຳເນີນການຍິງດາວທຽມດັ່ງກ່າວ.

        ໃນເຫດການທີ່ກ່ຽວຂ້ອງຫຼ້າສຸດ, ຕອນເຊົ້າວັນທີ 30 ພຶດສະພາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຂ່າວວ່າ ສປປ.ເກົາຫຼີ ຈະຍິງດາວທຽມຕິດຕາມດ້ານການທະຫານທຳອິດໃນເດືອນ ມິຖຸນາ ຈະມາເຖິງ ເພື່ອຕ້ານຄືນບັນດາການເຄື່ອນໄຫວດ້ານການທະຫານຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ