ທຶນ FDI ເຂົ້າມາ ຫວຽດ​ນາມ ໃນ 5 ເດືອ​ນ​ຕົ້ນ​ປີ 2019 ສ້າງ ລະ​ດັບ​ສະ​ຖິ​ຕິໃໝ່

(VOVWORLD) - ຮ່າໂນ້ຍແມ່ນທ້ອງຖິ່ນທີ່ດຶງດູດເງິນລົງທຶນຈາກຕ່າງປະເທດໄດ້ຫຼາຍທີ່ສຸດດ້ວຍຍອດທຶນຈົດທະບຽນເກືອບ 4,8 ຕື້ USD. ນະຄອນ ໂຮ່ຈີມິນຢືນຢູ່ອັນອັບທີ 2 ແລະ ບີ່ງເຢືອງຢູ່ອັນດັບທີ 3.


ທຶນ FDI ເຂົ້າມາ ຫວຽດ​ນາມ ໃນ 5 ເດືອ​ນ​ຕົ້ນ​ປີ 2019 ສ້າງ ລະ​ດັບ​ສະ​ຖິ​ຕິໃໝ່ - ảnh 1

                                                                 ພາບປະກອບ  (chinhphu.vn)

        ຕາມກະຊວງແຜນການ ແລະ ການລົງທຶນແລ້ວ, ມາຮອດວັນທີ 20 ພຶດສະພາ, ຍອດເງິນລົງທຶນຈົດທະບຽນໃໝ່, ເພີ່ມເຕີມ ແລະ ປະກອບຊື້ຫຸ້ນສ່ວນຂອງບັນດານັກລົງທຶນຕ່າງປະເທດເຂົ້າມາຫວຽດນາມ ບັນລຸໄດ້ 16,74 ຕື້ USD, ເພີ່ມຂຶ້ນກ່ວາ 69% ເມື່ອທຽບໃສ່ປີ 2018. ນີ້ແມ່ນລະດັບສະຖິຕິໃໝ່ກ່ຽວກັບມຸນຄ່າເງິນລົງທຶນຈົດທະບຽນຂອງ 5 ເດືອນພາຍໃນ 4 ປີມານີ້ິ້. 5 ເດືອນຕົ້ນປີ, ເງິນລົງທຶນໄດ້ເພີ່ມຂຶ້ນຢູ່ທັງ 3 ສ່ວນຄືອອກໃບຈົດທະບຽນ ໃໝ່, ປັບປຸງເພີ່ມທຶນ ແລະ ປະກອບທຶນ, ຊື້ຫຸ້ນສ່ວນ.

        ພິຈາລະນາຕາມຂົງເຂດການລົງທຶນແລ້ວ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 19 ຂົງເຂດ, ໃນນັ້ນສ່ວນຫຼາຍລົງທຶນເຂົ້າຂົງເຂດອຸດສາຫະກຳການປຸງແຕ່ງ, ປະດິດສ້າງ; ຖັດຈາກນັ້ນແມ່ນຂົງເຂດດຳເນີນທຸລະກິດອະສັງຫາລິມະຊັບ, ຂົງເຂດຂາຍຍົກ, ຂາຍຍ່ອຍຢືນຢູ່ອັນດັບທີ 3.

ມີ 88 ປະເທດ ແລະ ເຂດແຄ້ວນມີໂຄງການລົງທຶນເຂົ້າ ຫວຽດນາມ. ໃນນັ້ນ, ຮົງກົງ (ຈີນ) ຢືນອັນດັບທີ 1 ດ້ວຍຍອດເງິນລົງທຶນກ່ວາ 5 ຕື້ USD, ສ.ເກົາຫຼີ ຢືນຢູ່ອັນດັບທີ 2, ສິງກະໂປຢືນຢູ່ອັນດັບທີ 3.

ຮ່າໂນ້ຍແມ່ນທ້ອງຖິ່ນທີ່ດຶງດູດເງິນລົງທຶນຈາກຕ່າງປະເທດໄດ້ຫຼາຍທີ່ສຸດດ້ວຍຍອດທຶນຈົດທະບຽນເກືອບ 4,8 ຕື້ USD. ນະຄອນ ໂຮ່ຈີມິນຢືນຢູ່ອັນອັບທີ 2 ແລະ ບີ່ງເຢືອງຢູ່ອັນດັບທີ 3.

ຕອບກັບ

ຂ່າວ/ບົດ​ອື່ນ