ທິ​ມ​ບານ​ເຕະ ຫວຽດ​ນາມ ຈະ​ແຂ່ງ​ຂັນ​ກັບ​ທິມ​ບານ​ເຕະ ອິນ​ໂດ​ເນ​ເຊຍ ໃນ​ຮອບ​ຄັດ​ເລືອກ World Cup 2022

(VOVWORLD) -ທິມບານເຕະແຫ່ງຊາດ ຫວຽດນາມ ແລະ ອິນໂດເນເຊຍ ຈະມີການແຂ່ງຂັນກັນໃນເວລາ 23 ໂມງ 45 ນາທີ ຂອງວັນທີ 7 ມິຖຸນາ ຕາມເວລາ ຫວຽດນາມ. 

ໃນລະຫວ່າງວັນທີ 7 ຫາວັນທີ 8 ມິຖຸນາ, ບັນດານັດແຂ່ງຂັນຕໍ່ໄປຂອງການຄັດເລືອກຮອບທີ 2 World Cup 2022  ພາກພື້ນ ອາຊີ ທີ່ຂຶ້ນກັບ 8 ສາຍແຂ່ງຂັນ ຈະດຳເນີນຢູ່ສະຫະລັດ ອາຣັບ ເອມມີເລດ (UAE).

ທິມບານເຕະແຫ່ງຊາດ ຫວຽດນາມ ແລະ ອິນໂດເນເຊຍ ຈະມີການແຂ່ງຂັນກັນໃນເວລາ 23 ໂມງ 45 ນາທີ ຂອງວັນທີ 7 ມິຖຸນາ ຕາມເວລາ ຫວຽດນາມ ແລະ ຈະໄດ້ຖ່າຍຖອດສົດຜ່ານຊ່ອງໂທລະພາບ VTV5, VTV6 ສະຖານີໂທລະພາບ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ