ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ສະ​ສົມ​ກວ່າ 180 ລ້ານ​ຄົນ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 24 ມິຖຸນາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມກວ່າ 180 ລ້ານຄົນ, ໃນນັ້ນ ເກືອບ 4 ລ້ານຄົນເສຍຊີວິດ.
ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ສະ​ສົມ​ກວ່າ 180 ລ້ານ​ຄົນ        - ảnh 1Manila, ຟີລິບປິນ (ພາບ: AFP/TTXVN)

ປະເທດທີ່ຖືກຜົນສະທ້ອນທີ່ສຸດ ຍັງຄົງແມ່ນ ອາເມລິກາ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ. ສິ່ງທີ່ໜ້າສົນໃຈແມ່ນ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຢູ່ ອັງກິດ ພວມມີສັນຍານເພີ່ມຂຶ້ນສູງ, ໃນ 24 ຊົ່ວໂມງຜ່ານມາ, ອັງກິດ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ກວ່າ 16.000 ຄົນ. ນີ້ແມ່ນລະດັບສູງສຸດນັບແຕ່ກາງເດືອນກຸມພາມານີ້. ຢູ່ເອີຣົບ, ໄວຣັດກາຍພັນໃໝ່ Delta ກໍພວມກໍ່ຄວາມວິຕົກກັງວົນຢູ່ຫຼາຍປະເທດໃນທະວີບນີ້, ເປັນຕົ້ນແມ່ນ ຝລັ່ງ ແລະ ເຢຍລະມັນ. ຢູ່ພາກພື້ນຕາເວັນອອກກາງ, ອິດສະຣາແອັນ ກໍພວມປະເຊີນໜ້າກັບການແຜ່ລະບາດຮອບໃໝ່ ຍ້ອນໄວຣັດກາຍພັນໃໝ່ Delta ເຊັ່ນດຽວກັນ.

        ສະເພາະຢູ່ ຫວຽດນາມ, ໃນວັນທີ 24 ມິຖຸນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 285 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອລວມທັງໝົດຢູ່ ຫວຽດນາມ ເປັນ 14.232 ຄົນ. 


ຕອບກັບ

ຂ່າວ/ບົດ​ອື່ນ