ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ເກືອບ 19 ລ້ານຄົນ

(VOVWORLD) -  ອາເມລິກາ ຍັງສືບຕໍ່ແມ່ນປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 4.973.165 ຄົນ ແລະ ມີຜູ້ເສຍຊີວິດ 161.581 ຄົນ. 
ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ເກືອບ 19 ລ້ານຄົນ - ảnh 1(ພາບປະກອບ) 

ຕາມຕົວເລກສະຖິຕິຂອງເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 06 ສິງຫາ (ຕາມເວລາ UTC), ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກແມ່ນ 18.956.000 ຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 710.000 ຄົນ. ປະຈຸບັນ, ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດອອກສູ່ 213 ປະເທດ ແລະ ເຂດແຄ້ວນໃນໂລກແລ້ວ.

        ອາເມລິກາ ຍັງສືບຕໍ່ແມ່ນປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 4.973.165 ຄົນ ແລະ ມີຜູ້ເສຍຊີວິດ 161.581 ຄົນ. ຖັດຈາກ ອາເມລິກາ ແມ່ນປະເທດ ບຣາຊິນ, ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ