ທົ່ວ​ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອພະ​ຍາດ​ໂຄວິດ - 19 ກວ່າ 245,7 ​ລ້ານ​ຄົນ

(VOVWORLD) -ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 28 ຕຸລາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 245,7 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດຫຼາຍກວ່າ 4,98 ລ້ານຄົນ.
ທົ່ວ​ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອພະ​ຍາດ​ໂຄວິດ - 19 ກວ່າ 245,7 ​ລ້ານ​ຄົນ - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ລັດເຊຍ (ພາບ: THX/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 28 ຕຸລາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 245,7 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດຫຼາຍກວ່າ 4,98 ລ້ານຄົນ.

ໃນຈຳນວນ 3 ປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ນັ້ນ, ອາເມລິກາ ຢັ້ງຢືນມີຜູ້ຕິດເຊື້ອທັງໝົດ 46,5 ລ້ານຄົນ, ອິນເດຍ ມີກວ່າ 34,2 ລ້ານຄົນ ແລະ ບຣາຊິນ ມີທັງໝົດກວ່າ 21,7 ລ້ານຄົນ. ກ່ຽວກັບຈຳນວນຜູ້ເສຍຊີວິດ, ອາເມລິກາ ຢັ້ງຢືນມີຜູ້ເສຍຊີວິດທັງໝົດກວ່າ 761.700 ຄົນ, ບຣາຊິນ ມີກວ່າ 606.700 ຄົນ ແລະ ອິນເດຍ ມີຜູ້ເສຍຊີວິດກວ່າ 456.000 ຄົນ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 17 ໂມງຂອງວັນທີ 27 ຕຸລາ ຫາເວລາ 17 ໂມງຂອງວັນທີ 28 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19ໃໝ່ຕື່ມອີກ 4.892 ຄົນ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 813.963 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ