ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ພົບປະກັບຖັນແຖວປັນຍາຊົນ

(VOVWORLD) -ມາຮອດປະຈຸບັນ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ມີ 156 ສະມາຄົມສະມາຊິກ, ເກືອບ 600 ອົງການວິທະຍາສາດ ແລະ ເຕັກໂນໂລຊີ
ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ພົບປະກັບຖັນແຖວປັນຍາຊົນ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ກ່າວຄຳເຫັນທີ່ພິທີ)

          ຕອນເຊົ້າວັນທີ 24 ມີນາ, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ພົບປະກັບຖັນແຖວປັນຍາຊົນ ແລະ 40 ປີແຫ່ງວັນສ້າງຕັ້ງສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ.

        ກ່ອນນີ້ 40 ປີ, ວັນທີ 26 ມີນາ 1983, ຢູ່ນະຄອນຫຼວງ ຮ່າໂນ້ຍ, 15 ສະມາຄົມຂຶ້ນກັບຂົງເຂດວິທະຍາສາດ ແລະ ເຕັກນິກ ຫວຽດນາມ ໄດ້ດຳເນີນກອງປະຊຸມໃຫຍ່ສ້າງຕັ້ງສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ. ເລື່ອງສ້າງສະມາຄົມນີ້ໄດ້ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຖັນແຖວນັກປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ. ມາຮອດປະຈຸບັນ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ມີ 156 ສະມາຄົມສະມາຊິກ, ເກືອບ 600 ອົງການວິທະຍາສາດ ແລະ ເຕັກໂນໂລຊີ, ສັງກັດຢ່າງກວ້າງຂວາງຢູ່ທົ່ວປະເທດ, ໃນຫຼາຍຂະແໜງ, ຂົງເຂດ.

        ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຢືນຢັນວ່າ:

        “ຜູ້ມີຄວາມເກັ່ງກ້າສາມາດແມ່ນກຳລັງແຮງຂອງປະເທດຊາດ. ໃນຍຸກສະໄໝ ໂຮ່ຈີມິນ, ຖັນແຖວນັກປັນຍາຊົນຂອງ ຫວຽດນາມ ໄດ້ສູ້ຊົນ, ເສຍສະຫຼະ, ຫ້າວຫັນເຂົ້າຮ່ວມກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນນຳພາລະກິດການປະຕິວັດຂອງປະຊາຊົນ ຫວຽດນາມ ໄດ້ຮັບໄຊຊະນະເປັນຫຼາຍຄັ້ງ. ນັບແຕ່ເມື່ອເລີ່ມສ້າງຕັ້ງປະເທດ, ປະທານ ໂຮ່ຈີມິນ ທີ່ແສນເຄົາລົບຮັກ ໄດ້ເວົ້າວ່າ: " ຕ້ອງສ້າງສາ ປະເທດ ຫວຽດນາມ; ການສ້າງສາຕ້ອງມີຜູ້ມີຄວາມເກັ່ງກ້າສາມາດ"; “ພູມປັນຍາແມ່ນທຶນອັນລ້ຳຄ່າຂອງຊາດ…”

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມປາດຖະໜາວ່າ, ໃນໄລຍະຈະມາເຖິງ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ., ປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຕ້ອງສືບຕໍ່ເປັນເຈົ້າການ ແລະ ປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ພັກ ແລະ ລັດ ກ່ຽວກັບການພັດທະນາວິທະຍາສາດ, ເຕັກນິກ, ສ້າງສາປະເທດ ຫວຽດນາມ ໃຫ້ເຂັ້ມແຂງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ