ທ້ອງ​ຖິ່ນ​ຕ່າງໆ​ບໍ່​ປະ​ໃຫ້​ໂລກ​ລະ​ບາດ​ແຜ່​ລະ​ບາດ​ໃນ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ

(VOVWORLD) -   “ທ້ອງຖິ່ນຕ່າງໆຄວນມານະພະຍາຍາມບໍ່ປະໃຫ້ໂລກລະບາດແຜ່ລະບາດໃນເຂດອຸດສາຫະກຳ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນກອງປະຊຸມອອນລາຍຂອງ ຄະນະປະຈຳ ຄະນະຊີ້ນຳ ແລະ ການນຳບັນດາແຂວງ, ນະຄອນ ເຊິ່ງລວມມີ ບັກນິງ, ບັກຢາງ, ດ່າໜັງ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໃນເຂດອຸດສາຫະກຳ. 
ທ້ອງ​ຖິ່ນ​ຕ່າງໆ​ບໍ່​ປະ​ໃຫ້​ໂລກ​ລະ​ບາດ​ແຜ່​ລະ​ບາດ​ໃນ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ (ພາບ: TTXVN)

 ກອງປະຊຸມດັ່ງກ່າວຖືກດຳເນີນໃນຕອນເຊົ້າວັນທີ 12 ພຶດສະພາ ຢູ່ສຳນັກງານລັດຖະບານ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງ ໃຫ້ກະຊວງສາທາລະນະສຸກ ຍູ້ໄວການອະນຸຍາດໃຫ້ນຳໃຊ້ເຕັກໂນໂລຢີກວດວິໄຈໃໝ່, ໄວກວ່າ ແລະ ຖືກກວ່າ, ກັນຕ່ອງໄດ້ຫຼາຍກວ່າ, ພ້ອມທັງມີການແນະນຳວິທີການນຳໃຊ້ຢ່າງລະອຽດ. ທ່ານຮອງນາຍົກລັດຖະມົນຕີກໍຮຽກຮ້ອງໃຫ້ບັນດາແຂວງ, ນະຄອນ ດັ່ງກ່າວ ຈົ່ງເຜີຍແຜ່ຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ບັນດາວິສາຫະກິດທີ່ມີກຳມະກອນເປັນຈຳນວນຫຼາຍ, ພິເສດແມ່ນວິສາຫະກິດໃນເຂດອຸດສາຫະກຳ. ບັນດາວິສາຫະກິດຕັ້ງໜ້າເຂົ້າຮ່ວມການກວດວິໄຈປະຈຳໄລຍະ ເພື່ອຮັບປະກັນໃຫ້ການຜະລິດໄດ້ດຳເນີນໄປຢ່າງປອດໄພ. ພ້ອມກັນນັ້ນ, ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ, ແຕ່ບໍ່ໃຫ້ຫ້າມການໄປມາແລກປ່ຽນລະຫວ່າງທ້ອງຖິ່ນ, ກຽມພ້ອມສະຖານທີ່ແຍກຕົວລວມໝູ່.

ຕອບກັບ

ຂ່າວ/ບົດ​ອື່ນ