(vovworld) - ຕອນເຊົ້າວັນທີ 20/12, ຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ແຕ່ນີ້ຮອດປີ 2020 ແລະ ໃນຊຸມປີຕໍ່ໆໄປ (ເອີ້ນວ່າ ຄະນະຊີ້ນຳ 1237) ໄດ້ຈັດກອງປະຊຸມຜ່ານເຄືອຂ່າຍອີນເຕີແນັດທົ່ວປະເທດເພື່ອຊາບຊືມ, ຜັນຂະຫຍາຍຄຳຊັ່ງຂອງກົມການເມືອງ, ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ແລະ ບັນດາເອກະສານ, ຂໍ້ກຳນົດ, ແນະນຳກ່ຽວກັບວຽກງານຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ແຕ່ນີ້ຮອດປີ 2020 ແລະ ໃນຊຸມປີຕໍ່ໆໄປ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ ເລື່ອງຊອກຫາທ້ອນໂຮມຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍັງມີອັດຖິທະຫານເສຍສະຫຼະຊີວິດເພື່ອຊາດທີ່ບໍ່ທັນທ້ອນໂຮມໄດ້. ສະນັ້ນ, ຕ້ອງຊາບຊືມ, ເປັນເອກະພາບກ່ຽວກັບສະຕິຮັບຮູ້ ເພື່ອຕັດສິນໃຈເຄື່ອນໄຫວ ແນໃສ່ບັນລຸໄດ້ໝາກຜົນສູງໃນວຽກງານຊອກຫາ, ທ້ອນໂຮມ. ຕາມນັ້ນແລ້ວ, ວຽກງານຊອກຫາ, ທ້ອນໂຮມ ຕ້ອງໄດ້ຮັບການປະຕິບັດດ້ວຍຄວາມຮັບຜິດຊອບ ແລະ ຄວາມຕັດສິນໃຈສູງສຸດ, ຮັບປະກັນລັກສະນະວິທະຍາສາດ, ແໜ້ນແຟ້ນກວ່າ ແລະ ເປັນທາງການກວ່າ.