ທະ​ນາ​ຄານ​ໂລກ ຫຼຸດ​ລະ​ດັບ​ຄາດ​ຄະ​ເນ​ອັດ​ຕາ​ເຕີ​ບ​ໂຕ​ເສດ​ຖະ​ກິດ​ໂລກ ປີ 2023

(VOVWORLD) -GDP ໂລກປີ 2023 ເຕີບໂຕຢູ່ໃນລະດັບ 1,7%, ຕ່ຳກວ່າຫຼາຍເທົ່າເມື່ອທຽບໃສ່ລະດັບການຄາດຄະເນ 3% ທີ່ໄດ້ປະກາດເມື່ອເດືອນມິຖຸນາ 2022.
ທະ​ນາ​ຄານ​ໂລກ ຫຼຸດ​ລະ​ດັບ​ຄາດ​ຄະ​ເນ​ອັດ​ຕາ​ເຕີ​ບ​ໂຕ​ເສດ​ຖະ​ກິດ​ໂລກ ປີ 2023 - ảnh 1ສຳນັກງານທະນາຄານໂລກ ຢູ່ ວໍຊີງຕັນ (ພາບ: AFP/TTXVN)

ວັນທີ 10 ມັງກອນ, ທະນາຄານໂລກໄດ້ຍົກອອກການຄາດຄະເນຫຼ້າສຸດກ່ຽວກັບອັດຕາເຕີບໂຕເສດຖະກິດທົ່ວໂລກ, ຕາມນັ້ນແລ້ວ, GDP ໂລກປີ 2023 ເຕີບໂຕຢູ່ໃນລະດັບ 1,7%, ຕ່ຳກວ່າຫຼາຍເທົ່າເມື່ອທຽບໃສ່ລະດັບການຄາດຄະເນ 3% ທີ່ໄດ້ປະກາດເມື່ອເດືອນມິຖຸນາ 2022.

        ທະນາຄານໂລກຖືວ່າ ປີ 2023, ຫຼາຍພື້ນຖານເສດຖະກິດມີລະດັບການເຕີບໂຕເກືອບຊຸດໂຊມ ຍ້ອນຖືກຜົນສະທ້ອນຈາກສະພາບເພີ່ມອັດຕາດອກເບ້ຍ - ເຊິ່ງເປັນມາດຕະການທີ່ຫຼາຍປະເທດປະຕິບັດເພື່ອຄວບຄຸມໄພເງິນເຟີ້, ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ດຳເນີນໃນຂະນະທີ່ບັນດາພື້ນຖານເສດຖະກິດໃຫຍ່ຂອງໂລກຖືກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ການເຕີບໂຕຊ້າລົງ ສ່ວນຫຼາຍແມ່ນເກີດຂຶ້ນຢູ່ບັນດາພື້ນຖານເສດຖະກິດກ້າວໜ້າ, ພົ້ນເດັ່ນແມ່ນ ອາເມລິກາ ອາດຈະມີການເຕີບໂຕພຽງປະມານ 0,5% ໃນປີ 2023. ບັນດາປະເທດນຳໃຊ້ສະກຸນເງິນ ເອີໂຣ ອາດຈະປະເຊີນໜ້າກັບການຊຸດໂຊມເສດຖະກິດທົ່ວໂລກຮອບໃໝ່ ໃນໄລຍະເວລາບໍ່ທັນຮອດ 3 ປີ, ນັບແຕ່ການຊຸດໂຊມຄັ້ງຫຼ້າສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ