ທ່ານ Antonio Guterres ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ສົ່ງ​ໂທ​ລະ​ເລກ ຢື້​ຢາມ​ຖາມ​ຂ່າວພໍ່​ແມ່​ປະ​ຊາ​ຊົນ ເຂດ​ພາກ​ກາງ ຫວຽດ​ນາມ

(VOVWORLD) - ໃນໂທລະເລກ, ທ່ານ Antonio Guterres ໄດ້ຕີລາຄາສູງຕໍ່ບັນດາຄວາມານະພະຍາຍາມຂອງລັດຖະບານ ຫວຽດນາມ ເພື່ອໜູນຊ່ວຍບັນດາຄອບຄົວທີ່ຖືກຜົນສະທ້ອນ, ທ່ານຢັ້ງຢືນວ່າ ສປຊ  ກຽມພ້ອມສະໜອງການໜູນຊ່ວຍມະນຸດສະທຳ ເພື່ອຊ່ວຍໃຫ້ ຫວຽດນາມ ຜ່ານຜ່າໄລຍະຫຍຸ້ງຍາກນີ້ໂດຍໄວ.
ທ່ານ Antonio Guterres ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ສົ່ງ​ໂທ​ລະ​ເລກ ຢື້​ຢາມ​ຖາມ​ຂ່າວພໍ່​ແມ່​ປະ​ຊາ​ຊົນ ເຂດ​ພາກ​ກາງ ຫວຽດ​ນາມ - ảnh 1ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ  (ພາບ: sggp.org.vn)

ໂດຍໄດ້ຮັບຂ່າວວ່າເກີດພາຍຸ, ນ້ຳຖ້ວມ ແລະ ດິນເຈື່ອນ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ ແລະ ຊັບສິນ ຢູ່ບາງແຂວງພາກກາງຫວຽດນາມ. ທ່ານ Antonio Guterres ເລຂາທິການໃຫຍ່ ສປຊໄດ້ ສົ່ງໂທລະເລກ ຢື້ຢາມຖາມຂ່າວຢ່າງສຸດຊຶ້ງມາຍັງລັດຖະບານ ແລະ ປະຊາຊົນ ຫວຽດນາມ. ໃນໂທລະເລກ, ທ່ານ Antonio Guterres ໄດ້ຕີລາຄາສູງຕໍ່ບັນດາຄວາມານະພະຍາຍາມຂອງລັດຖະບານ ຫວຽດນາມ ເພື່ອໜູນຊ່ວຍບັນດາຄອບຄົວທີ່ຖືກຜົນສະທ້ອນ, ທ່ານຢັ້ງຢືນວ່າ ສປຊ  ກຽມພ້ອມສະໜອງການໜູນຊ່ວຍມະນຸດສະທຳ ເພື່ອຊ່ວຍໃຫ້ ຫວຽດນາມ ຜ່ານຜ່າໄລຍະຫຍຸ້ງຍາກນີ້ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ