ທ່ານ Donald Trump ປະທານາທິບໍດີ ອາເມລິກາ ມາເຖິງ ຮ່າໂນ້ຍ.

(VOVWORLD) -ຕອນຄ່ຳວັນທີ 26 ກຸມພາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ມາເຖິງສະໜາມບິນສາກົນ ໂນ້ຍບ່າຍ ຮ່າໂນ້ຍ, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ. ເກົາຫຼີ ຄັ້ງທີ່ ສອງ ຢູ່ ຮ່າໂນ້ຍ.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ ມາເຖິງ ຮ່າໂນ້ຍ. - ảnh 1ທ່ານ Donald Trump ປະທານາທິບໍດີ ອາເມລິກາ 

ຕອນຄ່ຳວັນທີ 26 ກຸມພາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ມາເຖິງສະໜາມບິນສາກົນ ໂນ້ຍບ່າຍ ຮ່າໂນ້ຍ, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ. ເກົາຫຼີ ຄັ້ງທີ່ ສອງ ຢູ່ ຮ່າໂນ້ຍ ກັບທ່ານປະທານ ສປປ.ເກົາຫຼີ Kim Jong-un ແລະ ມີບັນດາການເຄື່ອນໄຫວ ສອງຝ່າຍກັບ ຫວຽດນາມ.

        ຝ່າຍ ຫວຽດນາມ ມາຕ້ອນຮັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢູ່ສະໜາມບິນ ສາກົນ ໂນ້ຍບ່າຍ ລວມມີ: ທ່ານ ມາຍຕຽນຢູງ ຫົວໜ້າຫ້ອງວ່າການລັດຖະບານ; ທ່ານ ບຸ່ຍແທງເຊີນ ຮອງລັດຖະມົນຕີ, ຜູ້ປະຈຳການກະຊວງການຕ່າງປະເທດ; ທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນຍ, ທ່ານ ຮ່າກິມຫງອກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ພ້ອມດ້ວຍ ບາງອົງການຂັ້ນສູນກາງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ