ທ່ານ D.Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກ​າ ຢັ້ງ​ຢືນສິດ​ອຳ​ນາດ​ຕັດ​ສິນ​ໃນ​ການ​ເປີດ​ປະ​ຕູ​ພື້ນ​ຖານ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ຄືນ​ໃໝ່

(VOVWORLD) - ວັນທີ 13 ເມສາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເນັ້ນໜັກວ່າ ພຽງແຕ່ທ່ານເອງເປັນຜູ້ມີສິດອຳນາດຕົກລົງວ່າ ຍາມໃດຈະອະນຸຍາດໃຫ້ເປີດປະຕູພື້ນຖານເສດຖະກິດອາເມລິກາຄືນໃໝ່, ຫາກບໍ່ແມ່ນ ບັນດາຜູ້ວ່າການລັດ.
ທ່ານ D.Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກ​າ ຢັ້ງ​ຢືນສິດ​ອຳ​ນາດ​ຕັດ​ສິນ​ໃນ​ການ​ເປີດ​ປະ​ຕູ​ພື້ນ​ຖານ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ຄືນ​ໃໝ່ - ảnh 1 ທ່ານ Donald Trump ປະທານາທິບໍດີ ອາເມລິກາ (ພາບ: AFP/TTXVN)

ໃນສື່ສັງຄົມອອນລາຍ Twitter, ທ່ານ Donald Trump ຂຽນວ່າ: ນີ້ແມ່ນການຕັດສິນຂອງປະທານາທິບໍດີ, ແລະ ຍ້ອນຫຼາຍສາຍເຫດທີ່ຈະນຳມາໃຫ້ຜົນດີງາມກ່ວາ.

ໃນວັນດຽວກັນ, ບາງລັດຂຶ້ນກັບ ຝັ່ງທະເລຕາເວັນຕົກ ແລະ ພາກຕາເວັນອອກສ່ຽງເໜືອອາເມລິກາໄດ້ຜັນຂະຫຍາຍບັນດາຄວາມມານະພະຍາຍາມເພື່ອແນໃສ່ເປີດປະຕູພື້ນຖານເສດຖະກິດຄືນໃໝ່ເມື່ອມີເງື່ອນໄຂໃຫ້ອະນຸຍາດ. ຜູ້ວ່າການລັດ ວໍຊິງຕັນ ແລະ ກາລີຟອກເນຍ/ແຄລີຟໍເນຍ ແລະ ໂອເຣຢອນ ໄດ້ປະກາດວ່າ ພວມປຶກສາຫາລືແຜນການເພື່ອແນໃສ່ເປີດປະຕູເສດຖະກິດຄືນໃໝ່ຢູ່ບັນດາລັດນີ້ຢ່າງທັນທີ ພາຍຫຼັງທີ່ມີຄວາມປອດໄພຢ່າງຄົບຖ້ວນ ເພື່ອລົບລ້າງບັນດາຂໍ້ຈຳກັດຕ່າງໆ.

ທ່ານ D.Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກ​າ ຢັ້ງ​ຢືນສິດ​ອຳ​ນາດ​ຕັດ​ສິນ​ໃນ​ການ​ເປີດ​ປະ​ຕູ​ພື້ນ​ຖານ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ຄືນ​ໃໝ່ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ